ໃນວັນທີ 2 ກໍລະກົດ 2021 ເວລາ 20:00 ໂມງ ທ່ານ ອາຈານ ສົມພອນ ສີແສງລັດ, ຜູ້ອໍານວຍການສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ໄດ້ເຂົ້າຮ່ວມການສົນທະນາອອນລາຍ ເພື່ອແນະແນວສາຍການຮຽນໃນສາຂາບໍລິຫານທຸລະລິດ ແລະ ການເງິນ-ການບັນຊີ ຂອງວິທະຍາໄລລາວ-ທັອບ.

ພາຍໃນງານມີແຂກຮັບເຊີນຫຼາຍທ່ານ ເປັນຕົ້ນແມ່ນ: ທ່ານ ສົມພອນ ສີແສງລັດ, ຜູ້ອຳນວຍການ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (www.emimfi.com) ທີ່ມີວຸດທິຈົບການສຶກສາປະລິນຍາໂທ ທາງດ້ານບໍລິຫານທຸລະກິດ (MBA) ຈາກສະຖາບັນ AIT ປະເທດໄທ; ເປັນຜູ້ມີປະສົບການ ເຮັດວຽກໃນຂະແຫນງການການເງິນຈຸລະພາກຫລາຍກວ່າ 20 ປີ ທັງໄດ້ເຮັດວຽກເປັນຄູຝຶກ ແລະ ທີ່ປຶກສາໃຫ້ໂຄງການຕ່າງຂອງ ADB, EU, UNDP, UNCDF, UNIDO, GIZ, ADA. ນອກຈາກນີ້ແລ້ວ, ຍັງໄດ້ເຮັດໜ້າທີ່ ແລະ ເປັນປະທານສະພາບໍລິຫານ ສະມາຄົມການເງິນຈຸລະພາກ.

ທ່ານ ອະໂນມາ ປຣະພັນຈິດ, ຜູ້ມີປະສົບການໃນການເຮັດທຸລະກິດຫຼາຍກວ່າ 20 ປີ ຢູ່ໃນອາເມລິກາ; ດຳເນີນທຸລະກິດກ່ຽວກັບອະສັງຫາລິມະຊັບ, ປະກັນໄພ; ເປັນຄົນທີ່ຕິດ Top Sale ຢູ່ໃນບໍລິສັດປະກັນໄພ New York Life ໃນອາເມລິກາ; ເຄີຍເປັນອາສາສະໝັກ ອົງການສະພາກາແດງໃນອາເມລິກາ ເປັນເວລາ 17 ກວ່າປີ; ເປັນອາຈານສອນຢູ່ວິທະຍາໄລຊື່ດັງຕ່າງໆ; ເຄີຍສອນນັກທຸລະກິດ ແລະ ຜູ້ປະກອບການຮຸ່ນໃໝ່ຫຼາຍຄົນມາແລ້ວ.

ທ່ານ ປອ. ຄຳຕັນ ສະຫຼຽນຄຳ, ເປັນອາຈານສອນ ທັງເປັນຫົວໜ້າພະແນກຄຸ້ມຄອງການວາງສະແດງວິຈິດສິນ ແລະ ຮູບຖ່າຍ; ຈົບການສຶກສາປະລິນຍາໂທ ບໍລິຫານທຸລະກິດ (MBA) ແລະ ຈົບປະລິນຍາເອກ (PhD) ສາຂາວິທະຍາສາດ ການບໍລິຫານ ເຊິ່ງໃຫ້ກຽດດຳເນີນລາຍການໂດຍ ອາຈານ ຄຳຫວຽງ ຈັນທະກຸນ.