ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ໄດ້ສືບຕໍ່ໃຫ້ຄວາມຮູ້ທາງດ້ານການເງິນແກ່ນ້ອງນັກຮຽນ ໂຮງຮຽນຫ້ອມສະຫວັນ, ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ໂດຍຜ່ານທາງລະບົບອອນລາຍເພາະຖຶກໃນຊ້ວງໄລຍະການ lockdown ຂອງການລະບາດພະຍາດ Covid-19.

ເຊິ່ງການຝຶກອົບຮົມຄັ້ງນີ້, ໃຫ້ກຽດເຂົ້າຮ່ວມ ແລະ ເປີດພິທີໂດຍທ່ານອາຈານ ສົມພອນ ສີແສງລັດ, ຜູ້ອຳນວຍການ, ມີທ່ານ ພິທັອບ ສີບຸນເຮືອງ ຫົວໜ້າພະແນກການຕະຫຼາດ ແລະ ປະຊາສຶກສາທາງດ້ານການເງິນ, ທັງຮັບໜ້າທີ່ເປັນຄູຝຶກ; ພ້ອມດ້ວຍທີມງານພາກສ່ວນໂຮງຮຽນຫ້ອມສະຫວັນ ກໍ່ໃຫ້ກຽດເຂົ້າຮ່ວມໂດຍທ່ານອາຈານ ວັນນະກອນ ຜົງສີໃສ,  ອຳນວຍການໂຮງຮຽນຫ້ອມສະຫວັນ ພ້ອມດ້ວຍຄະນະອາຈານ ແລະ ນ້ອງນັກຮຽນຈຳນວນ 60 ກ່ວານ້ອງ.

ການຝຶກອົບຮົມອອນລາຍໃນຄັ້ງນີ້, ກໍ່ເພື່ອເປັນການເພີ່ມຊ່ອງທາງໃນການສື່ສານ, ການເຜີຍແຜ່ວຽກງານຄວາມຮູ້ທາງການເງິນຮູບແບບໃໝ່ ໃຫ້ກັບນ້ອງນັກຮຽນລະດັບມັດທະຍົມ ໄດ້ເຂົ້າໃຈເຖິງຄວາມສຳຄັນໃນການບໍລິຫານ ແລະ ການຈັດການເງິນໄປແຕ່ຍັງນ້ອຍ.

EMI continue to conducted financial education training to the students at Homsavanh School by online during covid-19 pandemic and lockdown, honor to joined this training by Mr. Somphone SISENGLATH Managing Director of EMI, Facilitate by Mr. Phithop SIBOUNHEUANG Marketing and Financial Education Manager together with the team.

on behalf of Homsavanh School, honor to joined by Mr. Vannakone PHONGSIXAY Director together with teacher team and more than 60 students participated on the training, the purpose of this online training is additional way to communicated, oriented about new type of financial education training to the hight school level to understand important of financial management.

#emimfi #childrenempowerment #financialeducation