ຄະນະບໍລິຫານ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ໄດ້ຈັດກອງປະຊຸມສະຫຼຸບຜົນງານ 6 ເດືອນຕົ້ນປີ ແລະ ວາງແຜນຮອງຮັບວຽກງານ 6 ເດືອນທ້າຍປີ 2021 ເພື່ອໃຫ້ບັນລຸເປົ້າໝາຍທຸລະກິດທີ່ກໍານົດໄວ້. ຂະນະດຽວກັນ, ກໍ່ສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດຜ່ານມາ, ຈຸດແຂງ-ຈຸດອ່ອນ, ສິ່ງທີ່ສາມາດປະຕິບັດໄດ້ ແລະ ຂໍ້ຄົງຄ້າງ ເພື່ອພ້ອມກັນຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
