ເພື່ອເປັນການຊ່ວຍເຫຼືອບັນເທົາທຸກໃຫ້ກັບປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແຂວງໄຊຍະບູລີ ເມື່ອວັນທີ 14 ມິຖຸນາ 2021 ທີ່ຜ່ານມາ ໂດຍສະເພາະແມ່ນຄອບຄົວຜູ້ທີ່ຖືກນໍ້າຖ້ວມ, ເນື້ອທີ່ທໍາການຜະລິດ ແລະ ສັດລ້ຽງເສຍຫາຍສົມຄວນ.

ຕໍ່ກັບເຫດການດັ່ງກ່າວ, ເມື່ອວັນທີ 18 ມິຖຸນາ 2021 ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ພວກເຮົາຂໍເປັນສ່ວນໜຶ່ງໃນການແບ່ງເບົາ ແລະ ຟື້ນຟູຜົນກະທົບຈາກໄພນ້ຳຖ້ວມທີ່ແຂວງ ໄຊຍະບູລີ. ໃຫ້ກຽດມອບໂດຍທ່ານ ສຸດຈະຫຼິດ ໄຊຍະວົງ ແລະ ໃຫ້ກ່າວຮັບໂດຍທ່ານ ເພັດມີໄຊ ສູນວິໄລ, ຮອງເຈົ້າແຂວງ, ທັງເປັນຄະນະກຳມະການປ້ອງກັນໄພພິບັດຂັ້ນແຂວງ.