ຕັ້ງແຕ່ໃດໆມາ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ພວກເຮົາເຫັນໄດ້ຄວາມສໍາຄັນຂອງການຊ່ວຍເຫຼືອສັງຄົມ ມາໂດຍຕະຫຼອດ. ສໍາລັບໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ອີກຄັ້ງໃໝ່ຢູ່ປະເທດເຮົາເມື່ອບໍ່ດົນມານີ້. ດັ່ງນັ້ນ, ທາງຄະນະຜູ້ບໍລິຫານ ແລະ ພະນັກງານຢູ່ແຕ່ລະໜ່ວຍບໍລິການ ກໍ່ໄດ້ຊ່ວຍກັນທາງດ້ານເຫື່ອແຮງ ແລະ ປັດໃຈຈໍານວນໜຶ່ງ ເພື່ອແບ່ງເບົາພາລະໃຫ້ກັບລູກຄ້າຢູ່ແຕ່ລະທ້ອງຖິ່ນ.
ດ້ວຍການມອບເຄື່ອງອຸປະໂພກ-ບໍລິໂພກປະເພດຕ່າງໆ ເພື່ອໃຫ້ເປັນການຊ່ວຍເຫຼືອໃນຍາມຂັດສົນ ໂດຍສະເພາະແມ່ນໃນໄລຍະສະພາບເສດຖະກິດຂອງບ້ານເຮົາ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19. ເຖິງວ່າເຄື່ອງຂອງຕ່າງໆອາດຈະບໍ່ຫຼາຍ, ແຕ່ກໍ່ແມ່ນພວກເຮົາຕັ້ງໃຈຢາກຈະມອບໃຫ້ ເພື່ອສາມາດ ຊ່ວຍເຫຼືອລູກຄ້າກໍ່ຄືືສັງຄົມໄດ້ໃນລະດັບໜຶ່ງ.