ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ພວກເຮົາເຫັນຍັງສືບຕໍ່ມອບເຄື່ອງອຸປະໂພກ-ບໍລິໂພກ ເພື່ອຊ່ວຍເຫຼືອສັງຄົມມາເປັນໄລຍະໆ. ເຖິງວ່າການແຜ່ລະບາດຂອງພະຍາດໂຄວິດ-19 ໃນນະຄອນຫຼວງວຽງຈັນຈະຫຼຸດໜ້ອຍຖອຍລົງກໍ່ຕາມ, ແຕ່ຢູ່ບັນດາແຂວງຕ່າງໆໃນທົ່ວປະເທດຍັງຄົງມີການຕິດເຊື້ອຢູ່. ສະນັ້ນ, ພວກເຮົາຈຶ່ງໄດ້ຊ່ວຍກັນ ເພື່ອແບ່ງເບົາພາລະໃຫ້ກັບລູກຄ້າກໍ່ຄືສັງຄົມທົ່ວໄປ ແລະ ພ້ອມກັນຜ່ານຜ່າອຸປະສັກໄລຍະການລະບາດຂອງພະຍາດໂຄວິດ-19 ໄປພ້ອມໆກັນ.