ເນື່ອງໃນວັນເດັກນ້ອຍສາກົນ (01 ມິຖຸນາ 2021) ຜ່ານມານີ້. ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ກໍ່ໄດ້ຈັດກິດຈະກໍາການແຂ່ງຂັນ ວິດີໂອກ່ຽວກັບການເງິນ ແລະ ການລະບາຍສີ (ສໍາລັບລູກ-ຫຼານພະນັກງານ) ພາຍໃນອົງກອນ, ເພື່ອເປັນການສົ່ງເສີມໃຫ້ເດັກນ້ອຍ ໄດ້ສະແດງຄວາມສາມາດ ແລະ ຍັງເຂົ້າໃຈຕໍ່ກັບວຽກງານການເງິນ ທີ່ຜູ້ປົກຄອງຂອງຕົນໄດ້ສັງກັດໃນອົງກອນ. (Happy Children’s Day with EMI Talent Contest). ສ່ວນລາຍລະອຽດຕ່າງໆສາມາດຕິດຕາມໄດ້ໃນລຸ່ມນີ້: