ຄະນະຜູ້ບໍລິຫານ ແລະ ພະນັກງານ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ຂໍເປັນສ່ວນໜຶ່ງໃນການແບ່ງປັນ ພວກເຮົາຂໍໍແບ່ງເບົາລາຍຈ່າຍໃນໄລຍະພະຍາດ Covid-19.
ເຊິ່ງພວກເຮົາໄດ້ສ້າງຕູ້ປັນສຸກໄວ້ຕໍ່ໜ້າຫ້ອງການສຳນັກງານໃຫຍ່ ບ້ານສະພານທອງເໜືອ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ (ກົງກັນຂ້າມກັບສວນ 23 ສິງຫາ). ໃນນັ້ນ, ລວມມີເຄື່ອງອຸປະໂພກ-ບໍລິໂພກ. ຖ້າທ່ານໃດຂາດເຂີນ ຫຼື ມີຄວາມຈຳເປັນ ກໍ່ສາມາດມາຮັບເຄື່ອງຈາກຕູ້ປັນສຸກຂອງພວກເຮົາໄດ້ ນັບແຕ່ວັນທີ 18 ພຶດສະພາ 2021 ເປັນຕົ້ນໄປ.
ກິດຈະກຳ ອີເອັມໄອ ປັນສຸກ ຂອງພະນັກງານ ສກຈຮ ເອກພັດທະນາ ໃນການແບ່ງປັນເພື່ອແບ່ງເບົາລາຍຈ່າຍໃນໄລຍະວິກິດຈາກພະຍາດ Covid-19 ໃຫ້ກັບຜູ້ທີ່ໄດ້ຮັບຜົນກະທົບ, ຫວັງວ່າກິດຈະກຳນ້ອຍໆຂອງພວກເຮົາໃນຄັ້ງນີ້ ຈະຊ່ວຍສ້າງຮອຍຍິ້ມໃຫ້ກັບທ່ານໄດ້.