
ດ້ວຍຄວາມເອົາໃຈໃສ່ຂອງຄະນະຜູ້ບໍລິຫານ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ໃນການປ້ອງກັນການລະບາດຂອງພະຍາດໂຄວິດ-19. ສະນັ້ນ, ເພື່ອຮັບປະກັນທາງດ້ານສຸຂະນາໄມຂອງຫ້ອງການ, ພະນັກງານ ແລະ ລູກຄ້າ ທີ່ມາໃຊ້ບໍລິການໃຫ້ມີຄວາມປອດໄພ.
ເມື່ອໃນວັນທີ 30 ເມສາ 2021 ຜ່ານມາ, ສກຈຮ ເອກພັດທະນາ ຈຶ່ງໄດ້ຈັດໃຫ້ມີການສີດຢາຂ້າເຊື້ອພາຍໃນສໍານັກງານໃຫຍ່ ແລະ ບັນດາໜ່ວຍບໍລິການຕ່າງໆ ເພື່ອເປັນການສະກັດກັ້ນ ແລະ ປ້ອງກັນ ການແຜ່ລະບາດຂອງພະຍາດ Covid-19, ທັງເປັນການຮັກສາມາດຕະຖານຄວາມສະອາດໃຫ້ຖືກຫຼັກອະນາໄມ ຂອງສາທາລະນະສຸກ ແລະ ຮັບປະກັນການໃຫ້ແກ່ລູກຄ້າທີ່ມາໃຊ້ບໍລິການ.