ວັນທີ 6 ພຶດສະພາ 2021 ຜ່ານມາ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ໜ່ວຍບໍລິການເມືອງທຸລະຄົມ ແຂວງວຽງຈັນ ໄດ້ມອບເຄຶ່ອງຊຸກຍູ້ວຽກງານປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ Covid-19 ໃຫ້ຄະນະສະເພາະກິດຂັ້ນເມືອງ. ສໍໍາລັບເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີເຄື່ອງອຸປະໂພກ-ບໍລິໂພກ ແລະ ນໍ້າດື່ມຈໍານວນໜຶ່ງ.