ໃນວັນທີ 29/03/2021 ພະນັກງານພາຍໃນ ສກຈຮ ເອກພັດທະນາ ໄດ້ສົມທົບເງິນຈຳນວນໜຶ່ງ ເພື່ອແບ່ງເບົາການສູນເສຍໃຫ້ຄອບຄົວຜູ້ປະສົບອັກຄີໄພໄຟໄໝ້ ທີບ້ານສວນມອນ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ລວມມູນຄ່າ 1,525,000 ກີບ. ໃນໄລຍະຜ່ານມາ, ສະຖາບັນພວກເຮົາໄດ້ປະກອບສ່ວນ ເປັນວັດຖຸ ແລະ ປັດໃຈເປັນຈໍານວນຫຼວງຫຼາຍ ເພື່ອຊ່ວຍເຫຼືອສັງຄົມຢູ່ແຕ່ລະເຂດ ຫຼື ທ້ອງຖິ່ນຕ່າງໆຕາມຄວາມເໝາະສົມ.