ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ໄດ້ສືບຕໍ່ໃຫ້ບໍລິການດ້ານການເງິນໃຫ້ກັບຊຸມຊົນແບບມີສ່ວນຮ່ວມ ເພື່ອສົ່ງເສີມທັກສະຄວາມຮູ້ພື້ນຖານທາງດ້ານການເງິນແກ່ລູກຄ້າ ໃຫ້ສາມາດນຳໄປພັດທະນາເສດຖະກິດຄອບຄົວໄດ້.

ຄຽງຄູ່ກັນນັ້ນ, ການໃຫ້ຄວາມຮູ້ດັ່ງກ່າວກໍ່ເພື່ອແນໃສ່ການບໍລິການຈັດການເງິນໃນຄົວເຮືອນ, ການປະຢັດ, ການວາງແຜນການອອມເງິນ ແລະ ການກູ້ຢືມເງິນ ໃຫ້ເກີດຜົນປະໂຫຍດ ເພື່ອໃຫ້ປະຊາຊົນກໍ່ຄືລູກຄ້າໄດ້ມີຄວາມຮູ້ພື້ນຖານກ່ຽວກັບການເງິນ.