ວັນທີ 09 ເມສາ 2021, ຢູ່ທີ່ LaoVietBank ໄດ້ມີການເຊັນສັນຍາຮ່ວມມືການບໍລິການຊໍາລະຄ່າງວດສິນເຊື່ອຜ່ານລະບົບທະນາຄານ ລະຫວ່າງ ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈໍາກັດ (LaoVietBank) ກັບ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (EMI).

ໃຫ້ກຽດເຂົ້າຮ່ວມການເປັນປະທານໃນຄັ້ງນີ້ໂດຍແມ່ນທ່ານ ຫງວຽນ ດຶກ ຫວູ, ຜູ້ອໍານວຍການໃຫຍ່ LaoVietBank ແລະ ທ່ານ ສົມພອນ ສີແສງລັດ, ຜູ້ອໍານວຍການໃຫຍ່ EMI ກໍ່ໄດ້ຂຶ້ນກ່າວຄໍາປາໄສກ່ອນຈະມີການລົງນາມ.

ການເຊັນສັນຍາໃນຄັ້ງນີ້, ແມ່ນ ທ່ານ ສົມພອນ ສີແສງລັດ, ຜູ້ອໍານວຍການໃຫຍ່ EMI ກັບ ທ່ານ ຟາມ ກວັກ ກົງ, ຮອງຜູ້ອໍານວຍການໃຫຍ່ LaoVietBank ພ້ອມດ້ວຍການເຂົ້າຮ່ວມເປັນສັກຂີພະຍານຂອງພະນັກງານຫຼັກແຫຼ່ງທັງສອງຝ່າຍ.

ດ້ວຍການປະສານງານເຊື່ອມຕໍ່ການຊຳລະໃນຄັ້ງນີ້, ລູກຄ້າທີ່ນຳໃຊ້ການບໍລິການເຊົ່າສິນເຊື່ອ ກັບ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ. ຫຼັງຈາກນີ້, ແມ່ນຈະສາມາດປະຕິບັດທຸລະກໍາການຊໍາລະຄ່າງວດສິນເຊື່ອ ຜ່ານ LVB DigiBank ເພື່ອສ້າງຊ່ອງທາງໃນການ ອຳນວຍຄວາມສະດວກ, ງ່າຍດາຍ ແລະ ປອດໄພ ໃຫ້ກັບລູກຄ້າຍິ່ງຂຶ້ນ.