ວັນທີ 05 ເມສາ 2021, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ນໍາໂດຍ ອາຈານ ສົມພອນ ສີແສງລັດ, ຜູ້ອໍານວຍການໃຫຍ່ ສກຈຮ ເອກພັດທະນາ ພ້ອມດ້ວຍຄະນະ.
ໄດ້ຕ້ອນຮັບຄະນະທັດສະນະສຶກສາຈາກ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ໄຊນິຍົມ ມີສໍານັກງານຕັ້ງຢູ່ແຂວງອຸດົມໄຊ ທີ່ມາແລກປ່ຽນບົດຮຽນ ວຽກງານການເງິນຈຸລະພາກກໍ່ຄືການດຳເນີນງານ ເຊິ່ງນຳທີມໂດຍປະທານສະພາບໍລິຫານ ສກຈບ ໄຊນິຍົມ.