ຫົວໜ້າພະແນກການຕະຫຼາດ ແລະ ປະຊາສຶກສາທາງດ້ານການເງິນ ແລະ ຫົວໜ້າພະແນກບຸກຄະລາກອນ ສຳເລັດການຝຶກອົບຮົມຫຼັກສູກ ການບໍລິຫານການເງິນ ຈຸລະພາກລຸ້ນທີ 20 ການຝຶກອົບຮົມດັ່ງກາວແມ່ນໄດ້ຈັດຂຶ້ນໂດຍສະມາຄົມການເງິນຈຸລະພາກ.

ສໍາເລັດພິທີມອບ-ຮັບໃບຢັ້ງຢືນ ຝຶກອົບຮົມຫຼັກສູດບໍລິຫານການເງິນຈຸລະພາກ (MFMCC) ລຸ້ນທີ 20 ຄັ້ງວັນທີ 9 ເມສາ 2021 ທີ່ ສໍານັກງານສະມາຄົມ ການເງິນຈຸລະພາກ. ໂດຍໃຫ້ກຽດມອບໃບຢັ້ງຢືນໂດຍທ່ານ ບົວຈັນ ແກ້ວມະນີ, ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ເປັນປະທານປິດຝຶກອົບຮົມ ໂດຍທ່ານ ພັນທະບູນ ໄຊຍະເພັດ, ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ ແລະ ປະທານ ຮ່ວມປິດໂດຍ ທ່ານ ສົມພອນ ສີແສງລັດ, ປະທານ ສມກຈ.