ວັນທີ 22 ມີນາ 2021, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ໃຫ້ຄວາມຮູ້ທາງດ້ານການເງິນແກ່ນ້ອງນັກຮຽນ ທີ່ໂຮງຮຽນປະຖົມສົມບູນອີ່ໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ຈຸດປະສົງກໍ່ເພື່ອສ້າງໃຫ້ເຂົາເຈົ້າໄດ້ເຫັນໄດ້ເຖິງຄວາມສໍາຄັນຂອງການອອມເງິນດ້ວຍ ຕົນເອງໃນໃນໄວຮຽນ, ສ້າງພື້ນຖານທີ່ດີໃຫ້ໃຫ້ເຂົາເຈົ້າມີຄວາມຮູ້ທາງດ້ານການເງິນຕັ້ງແຕ່ເຍົາໄວ.
ທັງເປັນການເພີ່ມທັກສະໃນການບໍລິຫານ ແລະ ການຈັດການເງິນ, ສ້າງວິໄນທາງການເງິນ, ຮຽນຮູ້ການວາງແຜນ ແລະ ການຕັ້ງເປົ້າໝາຍດ້ວຍຕົນເອງ ດ້ວຍເທັກນິກວິທີການງ່າຍໆ ພ້ອມທັງຫຼິ້ນກິດຈະກໍາຮ່ວມກັບນ້ອງໆຢ່າງຄຶກຄື້ນມ່ວນຊື່ນ.