ໃນວັນທີ 13 ມີນາ 2021 ຜ່ານມາ, ສກຈຮ ເອກພັດທະນາ ໜ່ວຍບໍລິການເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດກິດຈະກໍາເຜີຍແຜ່ຄວາມຮູ້ພື້ນຖານທາງດ້ານ ການເງິນ ໃຫ້ແກ່ປະຊາຊົນບ້ານດອນສັ້ງ. ໃຫ້ກຽດນຳພາທີມງານໂດຍທ່ານ ຫຸມພັນ ພິມສະຫວັດ ທີ່ປຶກສາພາຍໃນ ແລະ ທ່ານ ປາດຖະໜາ ເທບເທວາ, ຫົວໜ້າ ໜ່ວຍບໍລິການ ພ້ອມດ້ວຍພະນັກງານ ແລະ ປະຊາຊົນເຂົ້າຮ່ວມຮັບຟັງຢ່າງຫຼວງຫຼາຍ.

ຈຸດປະສົງຂອງການໃຫ້ຄວາມຮູ້ໃນຄັ້ງນີ້, ແມ່ນແນໃສ່ການບໍລິການຈັດການເງິນໃນຄົວເຮືອນ, ການປະຢັດ, ການວາງແຜນການອອມເງິນ ແລະ ການກູ້ຢືມເງິນ ໃຫ້ເກີດຜົນປະໂຫຍດ ເພື່ອໃຫ້ປະຊາຊົນກໍ່ຄືລູກຄ້າໄດ້ມີຄວາມຮູ້ພື້ນຖານກ່ຽວກັບການເງິນ.