ສະຖາບັນການເງິນຈຸນລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ໄດ້ສືບຕໍ່ລົງໃຫ້ບໍລິການດ້ານການເງິນໃຫ້ກັບຊຸມຊົນແບບມີສ່ວນຮ່ວມ ເພື່ອສົ່ງເສີມໃຫ້ເຂົາເຈົ້າມີທັກສະ, ມີຄວາມຮູ້ພື້ນຖານທາງດ້ານການເງິນ, ຮູ້ຈັກການວາງແຜນການເງິນແຕ່ເນີ້ນໆ.
ທັງເປັນການສ້າງຄວາມອາດສາມາດແກ່ລູກຄ້າຂອງສະຖາບັນໃຫ້ມີພື້ນຖານ, ມີວິໃນເລື່ອງການເງິນ ແລະ ສາມາດນຳໄປວາງແຜນ ເພື່ອພັດທະນາເສດຖະກິດ ຄອບຄົວໃນປັດຈຸບັນ ແລະ ອະນາຄົດ.