ໃນວັນທີ 16 ມີນາ 2021 ຜ່ານມາ, ທ່ານ ນາງ ວິໄລວັນ ຈັນທະມຸງຄຸນ, ຜູ້ຈັດເຂດພ້ອມດ້ວຍຫົວໜ້າໜ່ວຍບໍລິການ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ໄດ້ເດີນທາງໄປມອບສິໄໝທົດແທນປະກັນຊີວິດຜູ້ຝາກເງິນ ໃຫ້ກັບຄອບຄົວລູກຄ້າຄົນທຳອິດ ທີ່ໄດ້ຮັບການຄຸ້ມຄອງ ຈາກປະກັນຊີວິດຜູ້ຝາກເງິນ; ເຊິ່ງມີສະຖານທີ່ຕັ້ງຢູ່ບ້ານໂພນທອງ, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ.

ໃນຫຼາຍປີຜ່ານມາ, ສກຈຮ ເອກພັດທະນາ ໄດ້ມີຜະລິດຕະພັນປະກັນຊີວິດເງິນຝາກ ເພື່ອໃຫ້ລູກຄ້າທີ່ຝາກເງິນນຳພວກເຮົາມີຄວາມອຸ່ນໃຈ ແລະ ເປັນການປົກປ້ອງລູກຄ້າເມື່ອເກີດກໍລະນີເສຍຊີວິດ ກໍ່ຈະໄດ້ຮັບເງິນແທນຄືນຕາມວົງເງິນທີ່ໄດ້ຝາກນຳພວກເຮົາ.