ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ພວກເຮົາໃຫ້ຄວາມ ສໍາຄັນເລື່ອງການສອນໃຫ້ນ້ອງໆນັກຮຽນ, ບັນດາອະນຸຊົນ ແລະ ເຍົາວະຊົນ ໃຫ້ເຂົາເຈົ້າມີຄວາມຮູ້ທາງດ້ານ ການເງິນຕັ້ງແຕ່ເຍົາໄວ.

ຫຼ້າສຸດ, ເມື່ອວັນທີ 3 ກຸມພາ 2021 ຜ່ານມາ, ທາງທິມງານພວກເຮົາກໍ່ໄດ້ລົງເຜີຍແຜ່ຄວາມຮູ້ດ້ານການເງິນ ແກ່ນ້ອງນັກຮຽນຢູ່ທີ່ໂຮງຮຽນປະຖົມສົມບູນຜາງແຫ້ງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ.

ຈຸດປະສົງຂອງການໃຫ້ຄວາມຮູ້ດັ່ງກ່າວ, ແມ່ນເພື່ອໃຫ້ນ້ອງນັກຮຽນໄດ້ເຂົ້າໃຈເຖິງຄວາມຮູ້ພື້ນຖານ ທາງດ້ານການເງິນ, ຮູ້ຈັກການຕັ້ງເປົ້າໝາຍ, ຮູ້ຈັກການວາງແຜນທາງດ້ານການເງິນດ້ວຍຕົນເອງ ແລະ ເທັກນິກວິທີການງ່າຍໆ ພ້ອມທັງຫຼິ້ນກິດຈະກໍາຮ່ວມກັບນ້ອງໆຢ່າງຄຶກຄື້ນມ່ວນຊື່ນ.