ວັນທີ 15 ມັງກອນ 2021 ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ໄດ້ສືບຕໍ່ຝຶກອົບຮົມຄວາມຮູ້ພື້ນຖານໃຫ້ນັກນ້ອງນັກຮຽນ, ບັນດາອະນຸຊົນ ແລະ ເຍົາວະຊົນ ໃຫ້ເຂົາເຈົ້າມີຄວາມຮູ້ທາງດ້ານການເງິນຕັ້ງແຕ່ເຍົາໄວ.

ທັງເປັນການເພີ່ມເພີ່ມທັກສະໃນການບໍລິຫານ ແລະ ການຈັດການເງິນ, ສ້າງວິໄນທາງການເງິນ, ຮຽນຮູ້ການ ວາງແຜນ ແລະ ການຕັ້ງເປົ້າໝາຍດ້ວຍຕົນເອງ.