ໃນຕອນບ່າຍຂອງວັນທີ 20 ມັງກອນ 2021 ສກຈຮ ເອກພັດທະນາ ໄດ້ຕ້ອນຮັບຄະນະທັດສະນະສຶກສາຈາກ ສະຖາບັນການທະນາຄານ ທີ່ລົງມາຖອດຖອນບົດຮຽນກ່ຽວກັບວຽກງານການເງິນຈຸລະພາກ ເພື່ອເພີ່ມຄວາມເຂົ້າໃຈໃຫ້ກັບນ້ອງນັກສຶກສາ.
ການຢ້ຽມຢາມດັ່ງກ່າວ, ໄດ້ກ່າວຕ້ອນຮັບໂດຍ ທ່ານ ນາງ ບຸນຕາ ບູລົມ, ຮອງອຳນວຍການ ສກຈຮ ເອກພັດທະນາ ແລະ ນຳທີມຄະນະທັດສະນະສຶກສາ ໂດຍທ່ານອາຈານ ສີລິມຸງຄຸນ ຫລວງລາດ, ຫົວໜ້າຂະແໜງການເງິນຈຸລະພາກ ສະຖາບັນການທະນາຄານ.