ໃນຕອນບ່າຍຂອງວັນທີ 27 ມັງກອນ 2021 ຜ່ານມາ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ໄດ້ຕ້ອນຮັບຄະນະຄູ-ອາຈານ ແລະ ນັກສຶກສາ ຈາກສະຖາບັນ ການທະນາຄານ ທີ່ລົງມາທັດສະນະສຶກສາ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານການເງິນຈຸລະພາກ ເພື່ອສ້າງຄວາມຮູ້-ຄວາມເຂົ້າໃຈໃຫ້ແກ່ນ້ອງນັກສຶກສາທີ່ກໍາລັງສຶກສາຢູ່ໃນພາກວິຊາການເງິນຈຸລະພາກ.
ກາານຢ້ຽມຢາມດັ່ງກ່າວ, ໃຫ້ກຽດກ່າວຕ້ອນຮັບໂດຍ ທ່ານ ພິທັອບ ສີບຸນເຮືອງ, ຫົວໜ້າພະແນກການຕະຫຼາດ ແລະ ປະຊາສຶກສາທາງດ້ານການເງິນ ສກຈຮ ເອກພັດທະນາ ແລະ ນຳທີມຄະນະທັດສະນະສຶກສາ ໂດຍທ່ານອາຈານ ສະຫວັນທິບ ສຸລິໂຍ ວິຊາການຂະແໜງການເງິນຈຸລະພາກ ສະຖາບັນການທະນາຄານ.