ໃນວັນທີ 24 ພະຈິກ 2020 ສະມາຄົມການເງິນຈຸລະພາກ (ສມກຈ) ໄດ້ຈັດກອງປະຊຸມສະມາຊິກ ປະຈຳປີ 2020, ໃຫ້ກຽດເປັນປະທານຂອງທ່ານ ອາລຸນ ບຸນຍົງ, ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຂັນມະນີ ສຸທຳມະວົງ ຮອງປະທານສະພາບໍລິຫານ ສະມາຄົມການ ເງິນຈຸລະພາກ ພ້ອມດ້ວຍບັນດາສະຖາບັນການເງິນທີ່ເປັນສະມາຊິກຂອງສະມາຄົມທົ່ວປະເທດເຂົ້າຮ່ວມ.