ພະນັກງານ ສກຈຮ ເອກພັດທະນາ ພ້ອມດ້ວຍໝູ່ເພື່ອນຈຳນວນໜຶ່ງ ສົມທົບເຄື່ອງບໍລິຈາກ ກັບ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຢີ່ປຸ່ນ ເພື່ອມອບເຄື່ອງອຸປະໂພກ ແລະ ບໍລິໂພກ ໃຫ້ກັບຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ພາກກາງ ແຂວງສະຫວັນນະເຂດ ລວມມູນຄ່າ 5.000.000 ກີບ.
ຄຽຄູ່ກັນນັ້ນ, ສະຖາບັນລາວ-ຍີ່ປຸ່ນ (LJI) ໄດ້ສະແດງຄວາມຂໍຂອບໃຈມາຍັງ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກະພັດທະນາ (EMI) ທີ່ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ ດ້ວຍການມອບເຄື່ອງຊ່ວຍເຫຼືອ ມູນຄ່າລວມ 5,000,000 ກີບ ສົມທົບເຂົ້າກັບຂະບວນການສົ່ງນໍ້າໃຈ ແລະ ກໍາລັງໃຈໃຫ້ແກ່ຜູ້ປະສົບ ໄພນໍ້າຖ້ວມ ທີ່ແຂວງສະຫວັນນະເຂດ ເຊິ່ງຈັດໂດຍສະຖາບັນລາວ-ຍີ່ປຸ່ນ, ມະຫາວິທະຍາໄລແຫ່ງຊາດ.
ຕາງໜ້າຮັບເອົາໂດຍ ທ່ານ ຮສ.ປອ. ບຸນລ້ວນ ດ້ວງເງິນ, ຜູ້ອໍານວຍການສະຖາບັນລາວ-ຍີ່ປຸ່ນ ພ້ອມດ້ວຍຮອງ ຜູ້ອໍານວຍການ ແລະ ຄະນະພະແນກ. ສໍາລັບຂະບວນການສົ່ງນໍ້າໃຈ ແລະ ກໍາລັງໃຈໃຫ້ແກ່ ຜູ້ປະສົບໄພນໍ້າຖ້ວມ ທີ່ແຂວງສະຫວັນນະເຂດ ແມ່ນຈະຈັດຂຶ້ນໃນວັນ 17/11/2020 ຜ່ານມາ.