ສກຈຮ ເອກພັດທະນາ ມອບອຸປະກອນການຮຽນ-ການສອນຊ່ວຍເຫຼືອ ຄູ ແລະ ນ້ອງນັກຮຽນທີ່ໂຮງຮຽນ ປະຖົມສົມບູນພູພຽງ, ເມືອງເຟືອງ, ແຂວງວຽງຈັນ ເຊິ່ງເປັນໂຮງຮຽນທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ມີຄວາມຕ້ອງການໃນການຊ່ວຍເຫຼືອ.

ທຶນໃນການຊ່ວຍເຫຼືອໃນຄັ້ງນີ້, ແມ່ນໄດ້ມາຈາກສະຖາບັນແຫ່ງຄວາມດີຂອງ ສກຈຮ ເອກພັດທະນາ ໂດຍການສະສົມດາວແຫ່ງຄວາມດີ ແລ້ວນຳໄປແລກເປັນເງິນເພື່ອນຳໄປຊື້ອຸປະກອນດັ່ງກ່າວ.

ການຊ່ວຍເຫຼືອໃນຄັ້ງນີ້, ກໍ່ເພື່ອສົ່ງເສີມການຮຽນ-ການສອນຂອງໂຮງໃຫ້ມີຄຸນນະພາບດີຂຶ້ນ ແລະ ຍັງເປັນການສົ່ງເສີມເດັກໃຫ້ມີແນວຄິດຮັກໃນການຮຽນ, ເຫັນຄວາມສຳຄັນຂອງການສຶກສາ ເພື່ອສົ່ງຜົນໃຫ້ເປັນພົນລະເມືອງດີຂອງຊາດອີກດ້ວຍ.