ໃນວັນທີ ວັນທີ 22 ຕຸລາ, 2020 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ. ສກຈຮ ເອກພັດທະນາ ເຂົ້າຮ່ວມກອງປະຊຸມ, ສຳມະນາພາຍໃຕ້ຫົວຂໍ້ ການແລກປ່ຽນເພື່ອການຂະຫຍາຍ ຕົວຂອງທຸລະກິດ ແລະ ງານສ້າງເຄື່ອຂ່າຍທຸລະກິດ ສຳລັບຜູ້ເຂົ້າຮ່ວມຊິງລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ປະຈຳປີ 2020. “Innovation for Growth Training and ASEAN Business Awards Laos 2020 Networking” ງານດັ່ງກ່າວຈັດຂຶ້ນໂດຍ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ໂຄງການ GIZ ປະຈຳລາວ.