ໃນວັນທີ 21 ຕຸລາ 2020 ສກຈຮ ເອກພັດທະນາ ມອບເຄື່ອງຊຸກຍູ້ ຕູ້ນ້ຳຮ້ອນ-ເຢັນ ໃຫ້ກັບໂຮງໝໍຊຸມຊົນ ເມືອງປາກລາຍ, ແຂວງໄຊຍະບູລີ, ເຄື່ອງຊຸກຍູ້ດັ່ງກ່າວແມ່ນໄດ້ມາຈາກພະນັກງານພາຍໃນ ເນື່ອງຈາກວ່າ ສກຈຮ ເອກພັດທະນາ ໄດ້ມີສະຖາບັນຄວາມດີ ແລະ ມີການສະສົມດາວແຫ່ງຄວາມດີເພື່ອແລກເງິນ ແລະ ນຳເອົາເງິນໄປຊື້ເຄື່ອງຊຸກຍູ້ ການມອບເຄື່ອງໃນຄັ້ງນີ້ ນຳທີມໂດຍທ່ານ ຫຸມພັນ ພິມສະຫວັດ ທີ່ປຶກສາພາຍໃນ ຂອງ ສກຈຮ ເອກພັດທະນາ ແລະ ຮັບໂດຍ ທ່ານ ດຣ. ແສງເພັດ ແກ້ວສີປະເສີດ ຫົວໜ້າ ໂຮງໝໍຊຸມຊົນເມືອງ ປາກລາຍ ແຂວງໄຊຍະບູລີ ພ້ອມດ້ວຍຄະນະ.

ກ່ອນໜ້ານັ້ນ, ໃນວັນທີ 20 ຕຸລາ 2020 ຜ່ານມາ, ສກຈຮ ເອກພັດທະນາ ມອບເຄື່ອງຊຸກຍູ້ ຕູ້ນ້ຳຮ້ອນ-ເຢັນ ໃຫ້ກັບໂຮງໝໍເມືອງ ພຽງ, ແຂວງ ໄຊຍະບູລີ, ເຄື່ອງຊຸກຍູ້ດັ່ງກ່າວແມ່ນໄດ້ມາຈາກພະນັກງານພາຍໃນ ເນື່ອງຈາກວ່າ ສກຈຮ ເອກພັດທະນາ ໄດ້ມີສະຖາບັນຄວາມດີ ແລະ ມີການສະສົມດາວແຫ່ງຄວາມດີ ເພື່ອແລກເງິນ ແລະ ນຳເອົາເງິນໄປຊື້ເຄື່ອງຊຸກຍູ້ ການມອບເຄື່ອງໃນຄັ້ງນີ້ ນຳທີມໂດຍທ່ານນາງ ບຸນຕາ ບູລົມ ຮອງອຳນວຍການ ແລະ ຮັບໂດຍ ທ່ານ ດຣ. ຄຳພອນ ຄຳພູບົວ ຫົວໜ້າໂຮງໝໍເມືອງພຽງ, ແຂວງໄຊຍະບູລີ ພ້ອມດ້ວຍຄະນະ.
