ສກຈຮ ເອກພັດທະນາ ບໍລິຈາກອຸປະກອນຊ່ວຍເຫຼືອຄົນພິການ ຢູ່ສູນການແພດຟື້ນຟູໜ້າທີ່ການ ເຊິ່ງອຸປະກອນ ດັ່ງກ່າວ ແມ່ນໄດ້ມາຈາກພະນັກງານພາຍໃນ ເນື່ອງຈາກວ່າ ສກຈຮ ເອກພັດທະນາ ໄດ້ມີສະຖາບັນຄວາມດີ ແລະ ມີການສະສົມດາວແຫ່ງຄວາມດີເພື່ອແລກເງິນ ແລະ ນຳເອົາເງິນໄປຊື້ອຸປະກອນເພື່ອບໍລິຈາກ ນຳທີມມອບ ເຄື່ອງໂດຍທ່ານນາງ ພັນມາລີ ລໍມະນີ ຜູ້ຈັດການຫ້ອງການ ແລະ ຮັບໂດຍ ທ່ານ ດຣ ທອງເພັດ ສິດທິວັນ ອຳນວຍການສູນການແພດຟື້ນຟູໜ້າທີ່ການ.