ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ໄດ້ຈັດກິດຈະກຳໃຫ້ຄວາມຮູ້ທາງດ້ານການເງິນຂັ້ນພື້ນຖານແກ່ນ້ອງໆນັກຮຽນໃນໄລຍະເປີດເທີມໃໝ່ ທີ່ໂຮງຮຽນມັດທະຍົມຕອນຕົ້ນທາດຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ເຊິ່ງກິດຈະກໍາດັ່ງກ່າວ, ເປັນການໃຫ້ຄວາມຮູ້ແກ່ນ້ອງນັກຮຽນເພື່ອໃຫ້ມີພື້ນຖານໃນການບໍລິຫານການເງິນຂອງຕົນຢ່າງຖຶກວິທີ ເປັນຕົ້ນແມ່ນ: ຮູ້ຈັກປະຫຍັດອົດອອມ, ຮູ້ຈັກວາງແຜນລາຍຮັບ-ລາຍຈ່າຍ, ຮູ້ຈັກອອມເງິນເພື່ອຊື້ສິ່ງຂອງທີ່ຢາກໄດ້ ລວມເປັນເຖິງສິ່ງຂອງທີ່ຈໍາເປັນ ແລະ ອອມໄວ້ໃນຍາມສຸກເສີນ.

ໄລຍະຜ່ານມາ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ກໍ່ໄດ້ຈັດກິດຈະກໍາແບບນີ້ເປັນປະຈໍາຢູ່ແຕ່ລະໂຮງຮຽນທີ່ພວກເຮົາໄປສົ່ງເສີມ, ຊຸມຊົນທີ່ໄດ້ສ້າງສູນປະຊຸມເພື່ອເປັນບ່ອນເຕົ້າໂຮມລູກຄ້າ ແລະ ການຈັດກິດຈະກໍາຢູ່ຕາມສະຖານທີ່ຕ່າງໆ.

+ ໂດຍລວມແລ້ວເຫດຜົນໃນການສະສົມເງິນ ມັກຈະມີຫົວຂໍ້ໃຫຍ່ໆມີດັ່ງນີ້:

  1. ສະສົມເປັນການສ້າງເງິນທຶນ ເພື່ອເຫດສຸກເສີນໃນເວລທີ່ຕ້ອງການ;
  2. ສະສົມເພື່ອຊື້ປະກັນຊີວິດໃຫ້ກັບຕົນເອງ ແລະ ຄອບຄົວ ເມື່ອຍາມບໍ່ມີຈະບໍ່ໄດ້ລໍາບາກ;
  3. ສະສົມເພື່ອທີ່ຈະຊື້ສິ່ງຂອງທີ່ຢາກໄດ້ເຊັ່ນ: ທີ່ຢູ່ອາໃສ, ພາຫະນະ, ເຄື່ອງປະດັບ, ອະສັງຫະ ແລະ ອື່ນໆ;
  4.  ສະສົມເພື່ອສື່ສຽງ ແລະ ກຽດສັກສີໃນສັງຄົມ ເພື່ອພິສູດຕົວເອງເຖິງຖານະຄວາມໝັ້ນຄົງທີ່ແນ່ນອນ;
  5. ການສະສົມເພື່ອການສຶກສາ ແລະ ທ່ອງທ່ຽວ.