ມາຮອດດຽວນີ້, ອີເອັມໄອ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນຂະບວນການຫຼຸດຜ່ອນຄວາມທຸກຍາກ ແລະ ສະໜອງຜະລິດຕະພັນດ້ານການເງິນແບບໃໝ່ທີ່ເໝາະສົມ, ມີຄວາມຍືນຍົງໃຫ້ແກ່ລູກຄ້າ ໂດຍສຸມໃສ່ນໍາໃຊ້ຮູບແບບ ແລະ ຫຼັກການປະຕິບັດງານທີ່ດີທີ່ສຸດຂອງສາກົນກ່ຽວກັບການເງິນຈຸລະພາກນໍາມາປັບໃຊ້ໃຫ້ສອດຄ່ອງກັບສະພາບຂອງປະເທດເຮົາ.
ນອກຈາກນີ້, ຍັງເອົາໃຈໃສ່ໃຫ້ຄວາມຮູ້ທາງດ້ານການເງິນແກ່ປະຊາຊົນ ເພື່ອໃຫ້ເຂົາເຈົ້າສາມາດວາງແຜນດ້ານການເງິນ, ການບໍລິຫານຄວາມສ່ຽງໂດຍການພັດທະນາ 10 ຫຼັກສູດຄວາມຮູ້ພື້ນຖານທາງດ້ານການເງິນທີ່ສາມາດຮຽນໂດຍບໍ່ເສຍຄ່າ.