ການໃຫ້ເດັກນ້ອຍໄດ້ຮຽນຮູ້ເລື່ອງເງີນເປັນສິ່ງສຳຄັນທີ່ບໍ່ຄວນເບິ່ງຂ້າມ ເຊິ່ງປັດຈຸບັນ ເປັນຍຸກຂອງວັດຖຸນິຍົມກັນແລ້ວ ການເຮັດໃຫ້ເດັກນ້ອຍຮູ້ຄຸນຄ່າຂອງເງິນ, ຮູ້ຈັກການສະສົມເງິນ ແລະ ການປູກຈິດສໍານຶກໃຫ້ເຂົາເຈົ້າຮູ້ຈັກບໍລິຫານຈັດການເງິນຕັ້ງແຕ່ຍັງນ້ອຍ ຖືວ່ານັບເປັນເລື່ອງຈຳເປັນທີ່ສຸດ ເພາະເມື່ອເຂົາໃຫ່ຍຂຶ້ນມາ ເຂົາຈະສາມາດວາງແຜນການໃຊ້ເງິນໄດ້ຢ່າງເໜາະສົມ ຕາມທີ່ພໍ່ແມ່ໄດ້ປູພື້ນຖານເອົາໄວ້.

1.    ສອນໃຫ້ຮູ້ທີ່ມາ ແລະ ຄຸນຄ່າຂອງເງິນ:

ໃນຕອນເປັນເດັກນ້ອຍ ອາດຈະບໍ່ເຂົ້າໃຈວ່າເງິນມີຄ່າເທົ່າໃດ? ແຕ່ພໍ່ແມ່ສາມາດສອນລູກໄດ້ວ່າ: ເງິນໄດ້ມາຈາກໃສ?, ພໍ່ແມ່ນີ້ລໍາບາກຫຼາຍປານໃດ ຈຶ່ງຈະໄດ້ເງິນມາໃຊ້ຈ່າຍໃນຄອບຄົວ ແລະ ເງິນກະບໍ່ແມ່ນຫາມາໄດ້ງ່າຍໆ. ສະນັ້ນ, ເມື່ອໄດ້ເງິນມາແລ້ວກໍ່ຕ້ອງຮູ້ຄຸນຄ່າຂອງເງິນ ແລ້ວຈະໃຊ້ເງິນແບບໃດໃຫ້ຄຸ້ມຄ່າທີ່ສຸດ ເຊິ່ງວ່າເງິນສາມາດຊື້ສິ່ງຂອງທີ່ຕ້ອງການໄດ້; ແຕ່ກໍ່ຄວນຮູ້ວ່າອັນໃດຈຳເປັນຊື້ ຫຼື ບໍ່ຄວນຊື້ ເພາະເງິນທີ່ໄດ້ມານັ້ນກໍ່ມີມື້ໝົດໄປ ຖ້າບໍ່ມີການວາງແຜນ.

2.    ຝຶກການທ້ອນເງິນ:

ສອນໃຫ້ເດັກນ້ອຍຮູ້ຈັກການເກັບອອມ ໂດຍໃຫ້ນຳເງິນທີ່ເຫຼືອຈາກຄ່າເຂົ້າໜົມແລ້ວມາປ່ອນລົງໃນກະປຸກອອມສິນເປັນປະຈໍາ ຫຼື ທຸກໆມື້ກໍ່ຍິ່ງດີ ເຊື່ອວ່າການຝຶກໃຫ້ເຂົາເຈົ້າຮູ້ຈັກ ແລະ ກາຍເປັນນິໄສຕິດຕົວ ຈະເຮັດໃຫ້ເຂົາຮູ້ເຖິງປະໂຫຍດຂອງການທ້ອນເງິນແນ່ນອນ.

3.    ສອນໃຫ້ຮູ້ຈັກບໍລິຫານເງິນດ້ວຍຕົນເອງ:

ເຮັດບັນຊີລາຍຮັບ-ລາຍຈ່າຍ ເລີ່ມຈາກເກັບເງິນເຂົ້າເປັນລາຍວັນ, ລາຍເດືອນຕາມຄວາມເໝາະສົມຂອງອາຍຸ ເພື່ອໃຫ້ເຂົາໄດ້ບໍລິຫານຈັດການຄ່າເຂົ້າໜົມ, ສ້າງນິໄສການເຮັດບັນຊີລາຍຮັບ-ລາຍຈ່າຍ ເພື່ອໃຫ້ຮູ້ພຶດຕິກຳການໃຊ້ເງິນຂອງເຂົາ ວ່າໃຊ້ຈ່າຍໄປກັບອັນໃດແດ່ ແລະ ເຫຼືອທ້ອນໄວ້ເທົ່າໃດ? ເຊິ່ງຕໍ່ໄປຈະໄດ້ ວາງແຜນບໍລິຫານການໃຊ້ເງິນຂອງຕົນເອງໄດ້ຢ່າງເປັນລະບົບ.

4.    ສອນໃຫ້ທ້ອນເງິນເອງ ເພື່ອຊື້ສິ່ງຂອງທີ່ຢາກໄດ້:

ວິທີນີ້ຈະເຮັດໃຫ້ເຂົາເຫັນຄວາມສຳຄັນຂອງສິ່ງຂອງ ແລະ ຈະໄດ້ຮູ້ວ່າ: ກວ່າຈະໄດ້ຂອງແຕ່ລະອັນມານັ້ນຈະຕ້ອງຈ່າຍເງິນໝົດເທົ່າໃດ? ແລະ ກວ່າຈະຫາເງິນຊື້ຕ້ອງໃຊ້ເວລາເທົ່າໃດ? ຊຶ່ງເປັນການສ້າງນິໄສບໍ່ໃຫ້ ໃຊ້ຈ່າຍຢ່າງຟຸມເຟືອຍໄປກັບສິ່ງທີ່ບໍ່ຈຳເປັນ.

5.    ພໍ່ແມ່ຕ້ອງເປັນແບບຢ່າງທີ່ດີ:

ເດັກນ້ອຍມັກຮຽນແບບພຶດຕິກຳຈາກຜູ້ໃຫ່ຍ ໂດຍສະເພາະແມ່ນພໍ່ ແລະ ແມ່ ເພາະເປັນຜູ້ຢູ່ໃກ້ຊິດກັນຫຼາຍທີ່ສຸດ ເຮັດໃຫ້ເຫັນພຶດຕິກຳການໃຊ້ຊິວິດໄດ້ຊັດເຈນ. ດັ່ງນັ້ນ, ຄວນເປັນແບບຢ່າງທີ່ດີໃຫ້ເຂົາເຈົ້າໃນທຸກໆດ້ານ ເປັນຕົ້ນແມ່ນ: ການທ້ອນເງິນ, ການເຮັດວຽກ, ການພັດທະນາຕົນເອງ ແລະ ອື່ນໆ ເຊິ່ງສິ່ງຂອງບາງຢ່າງທີ່ສາມາດແປງໄດ້ ກໍ່ເອົາມາສ້ອມແປງເອົາເອງ ໂດຍບໍ່ຈຳເປັນທີ່ຕ້ອງຊື້ໃໝ່ ເພື່ອເປັນການປະຫຍັດລາຍຈ່າຍ ຫຼື ຈະອະທິບາຍແນວໃດກໍ່ໄດ້ເພື່ອໃຫ້ເຂົ້າໃຈ ແລະ ຫຼີກເວັ້ນການໃຊ້ຈ່າຍຟຸມເຟືອຍ.