ໃນໄລຍະເປີດເທີມໃໝ່ນີ້ ທິມງານຂອງສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ກໍ່ໄດ້ລົງເຄື່ອນໄຫວໃນແຕ່ລະໂຮງຮຽນ. ຫຼ້າສຸດ, ເມື່ອບໍ່ດົນມານີ້ ກໍ່ໄດ້ມາຢ້ຽມຢາມນ້ອງໆນັກຮຽນມັດທະຍົມຕອນຕົ້ນ ໂນນຄໍ້ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ເພື່ອເປັນການໃຫ້ຄວາມຮູ້ຂັ້ນພື້ນຖານແກ່ເຂົາເຈົ້າໃນການອອມເງິນ. ຄຽງຄູ່ກັນນັ້ນ, ບັນດານ້ອງໆກໍ່ໄດ້ທະຍອຍແຮ່ກັນມາເປີດບັນຊີເງິນຝາກເດັກສະຫຼາດ ເພື່ອທ້ອນເງິນໄວ້ ແລະ ກໍ່ເປັນອີກໜຶ່ງທ່າແຮງໃນການຊ່ວຍພໍ່-ແມ່ປະຢັດຄ່າໃຊ້ຈ່າຍ.

ຕອນຍັງເປັນເດັກນ້ອຍ ຄືວັນເລີ່ມຕົ້ນຂອງການຮຽນຮູ້ ຖືວ່າເປັນຊ່ວງເວລາເໝາະສົມທີ່ຈະສອນໃຫ້ເຂົາເຈົ້າຮູ້ຈັກຄຸນຄ່າຂອງເງິນຕັ້ງແຕ່ເຍົາໄວ, ເພາະການໃຊ້ເງິນທີ່ຖືກວິທີ ຈະເປັນພື້ນຖານສໍາຄັນໃຫ້ລູກປະສົບຜົນສໍາເລັດທາງດ້ານການເງິນໃນອະນາຄົດ, ສາມາດຊ່ວຍເຫຼືອຕົນເອງ ແລະ ເບິ່ງແຍງຄອບຄົວໄດ້. ນອກຈາກນັ້ນ, ຍັງຊ່ວຍໃຫ້ເຂົາຮູ້ເຖິງການໃຊ້ຊີວິດແບບລຽບງ່າຍ ລວມທັງເຮົາເອງກໍ່ພູມໃຈທີ່ສອນລູກມາດີໂດຍບໍ່ມີບັນຫາທາງການເງິນຄືກັບຄົນອື່ນ.

ສຳລັບວິທີຕໍ່ໄປນີ້, ຄືເທັກນິກທີ່ພໍ່ແມ່ສາມາດສອນລູກໃຫ້ຮູ້ຄຸນຄ່າຂອງເງິນ ໂດຍສາມາດເຮັດໄດ້ໃນຊີວິດປະຈໍາວັນ ແຖມຍັງຊ່ວຍເສີມສ້າງຄວາມສໍາພັນອັນດີໃຫ້ເກີດຂຶ້ນໃນຄອບຄົວອີກດ້ວຍ.
- ສອນໃຫ້ລູກມີສ່ວນຮ່ວມໃນທຸກກິດຈະກຳ:
ທຸກກິດຈະກໍາກ່ຽວກັບເງິນ ຄວນຈະໃຫ້ເຂົາເຈົ້າມີສ່ວນຮ່ວມນຳທຸກຄັ້ງ, ບໍ່ວ່າຈະເປັນການນັບເງິນທີ່ໄດ້ມາຈາກກິດຈະການຢູ່ໃນເຮືອນ, ເງິນເດືອນ ຫຼື ລາຍຮັບອື່ນໆ ເພື່ອໃຫ້ເຂົ້າຮູ້ວິທີແບ່ງເງິນທຶນ ແລະ ກໍາໄລອອກຈາກກັນ ວ່າຄວນເຮັດຈັ່ງໃດ?. ຄຽງຄູ່ກັນນັ້ນ, ທຸກຄັ້ງທີ່ພໍ່ແມ່ຈະຊື້ເຄື່ອງໃຊ້ພາຍຄົວເຮືອນ ຄວນພາລູກໄປນຳເພື່ອສອນໃຫ້ຮຽນຮູ້ການໃຊ້ເງິນຢ່າງກຸ້ມຄ່າ ໂດຍເລືອກຊື້ສິນຄ້າເຫຼົ່ານັ້ນພ້ອມກັບຄໍາແນະນຳໃຫ້ຮູ້ເຖິງລະດັບຄວາມສໍາຄັນຂອງສິ່ງຈໍາເປັນ ແລະ ສິ່ງທີ່ບໍ່ຈໍາເປັນ.

- ເປັນແບບຢ່າງທີ່ດີ:
ໃນເວລາໄປຊື້ເຄື່ອງໃຊ້ສອນຕ່າງໆນັ້ນ ຜູ້ປົກຄອງກໍ່ຄວນເປັນແບບຢ່າງທີ່ດີໃນການຊື້ເຊັ່ນກັນ ເພາະສິນຄ້າບາງອັນລາຄາຖຶກ, ແຕ່ບໍ່ໄດ້ໝາຍຄວາມວ່າຈະດີ ຫຼື ກຸ້ມຄ່າສະເໝີໄປ. ດັ່ງນັ້ນ, ເພື່ອສອນລູກໃຫ້ຮູ້ຈັກໃຊ້ຈ່າຍເງິນຢ່າງສະຫຼາດ ຜູ້ເປັນພໍ່ແມ່ເອງກໍ່ຕ້ອງເຮັດໃຫ້ເຂົາເບິ່ງເປັນແບບຢ່າງພ້ອມ; ເນື່ອງຈາກວິທີນີ້ ຈະຊ່ວຍໃຫ້ເຂົາຮຽນຮູ້ວິທີການວາງແຜນທາງການເງິນດ້ວຍປະສົບການຈິງ ແລະ ຈະງ່າຍຕໍ່ການຈື່ຈໍາ ທີ່ຜິດກັບວິທີແບບເອີ້ນມາສັ່ງສອນພຽງຢ່າງດຽວ ເພາະເດັກນ້ອຍສ່ວນໃຫຍ່ມັກຈະມີອາການບໍ່ພໍໃຈ, ດື້ດ້ານ, ບໍ່ຟັງຄວາມ ຫຼື ຟັງພໍໃຫ້ຜ່ານຫູໄປຊື່ໆໂດຍທີ່ບໍ່ເຂົ້າໃຈຫຍັງ.

- ຄວນມີເຫດຜົນໃນການເອົາສິ່ງຂອງໃຫ້:
ທຸກຄັ້ງທີ່ລູກເອີ່ຍປາກຂໍຫຍັງກໍ່ແລ້ວແຕ່, ແນວໃດທີ່ເກີນຄວາມຈໍາເປັນ ແລະ ບໍ່ແມ່ນພື້ນຖານໃນຊີວິດປະຈໍາວັນ ທ່ານຄວນມີເງື່ອນໄຂໃນການຕໍ່ລອງກັບລູກໆ ເຊັ່ນ: ຊ່ວຍເຮັດວຽກເຮືອນ, ຖາງຫຍ້າ, ເກືອບເປັດ-ເກືອໄກ່, ລ້າງຖ້ວຍອື່ນໆ ຫຼື ທົດສອບວຽກແນວໃດທີ່ເຂົາເຮັດໄດ້ເຫຼົ່ານີ້ເປັນ ຕົ້ນ. ໃນກໍລະນີລູກເຮັດໄດ້ສໍາເລັດຕາມທີ່ແນະນຳໄປ ພໍ່ແມ່ກໍ່ຄວນໃຫ້ຕາມສັນຍາທີ່ໄດ້ເວົ້າໄວ້; ທັງນີ້ກໍ່ເພື່ອສ້າງໃຫ້ເຂົາມີກໍາລັງ ແລະ ຍາກຈະເຮັດສິ່ງເຫຼົ່ານັ້ນອີກເພື່ອໃຫ້ໄດ້ສິ່ງຕອບແທນ.

- ສອນໃຫ້ລູກທ້ອນເງິນ:
ການທ້ອນເງິນ ຫຼື ການອອມເງິນ ຖືເປັນຮາກເຫງົ້າຂອງຄວາມສໍາເລັດ ເພາະມັນຈະຊ່ວຍໃຫ້ຊີວິດໃນອະນາຄົດຂ້າງໜ້າດໍາເນີນໄປຢ່າງຖຶກຕ້ອງ ແລະ ໝັ້ນຄົງ. ກ່ອນອື່ນແມ່ນເລີ່ມໃຫ້ທ້ອນເງິນລາຍວັນຕອນທີ່ໄປໂຮງຮຽນ ດ້ວຍການແນະນຳໃຫ້ລູກຮູ້ທັນທີວ່າຄວນໃຊ້ຈ່າຍເທົ່າໃດ ແລະ ຄວນທ້ອນໄວ້ເທົ່າໃດ? ແລ້ວຈົດເປັນບັນຊີລາຍຮັບ-ລາຍຈ່າຍໃຫ້ລູກໄດ້ເຫັນ ເມື່ອຮອດທ້າຍເດືອນຈຶ່ງ ລວມຍອດໄປຝາກນຳສະຖາບັນການເງິນ ຫຼື ທະນາຄານອື່ນໆ ທັງໝົດນີກໍ່ເພື່ອສອນໃຫ້ເຂົາຮູ້ຈັກວິທີການ ແລະ ມີຄວາມລຶ້ງເຄີຍກັບການຝາກເງິນ.

- ໃຊ້ວິທີການພື້ນຖານແບບງ່າຍໆ:
ເດັກນ້ອຍມັກຈະຮູ້ສຶກເບື່ອໄດ້ງ່າຍ ຖ້າເຮົາສອນເຂົາໃນແບບວິຊາການຫຼາຍເກີນໄປ ຫຼື ຖຶກບັງຄັບໃຫ້ເຮັດສິ່ງໃດໜຶ່ງໂດຍບໍ່ເຕັມໃຈ. ດັ່ງນັ້ນ, ຜູ້ປົກຄອງກໍ່ຄວນຫາວິທີປັບຄວາມເຂົ້າໃຈ ແລະ ສອນເຂົາເຈົ້າໄປເລື້ອຍໆ ຈົນກວ່າຈະມີປະສົບຜົນສໍາເລັດ, ເພາະການສອນໃຫ້ລູກຮູ້ຈັກໃຊ້ເງິນໃຫ້ຖຶກວິທີນັ້ນ ຕ້ອງໃຊ້ເວລາຫຼາຍສົມຄວນກວ່າຈະຊຶມຊັບເຂົ້າໃນຈິດໃຈ ແລະ ກາຍເປັນນິໃສ; ຫາກຕ້ອງການສອນລູກໃຫ້ກາຍເປັນຄົນທີ່ຮູ້ຈັກຄຸນຄ່າຂອງເງິນ ເຮົາຕ້ອງສອນເຂົາແຕ່ມື້ນີ້ເປັນຕົ້ນໄປ.