ປະມວນພາບບັນຍາກາດໃນການເປີດບູ໊ດຂອງ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ໃນພິທີປິດການແຂງຂັນກິລາ ແລະ ສິລະປະຂອງ ສະຖາບັນການທະນາຄານ ທີ່ສະໂມສອນໃຫຍ່ຂອງສະຖາບັນການທະນາຄານ ຄັ້ງວັນທີ 08 ສິງຫາ 2020 ຜ່ານມານີ້.
ໂອກາດນີ້, ສກຈຮ ເອກພັດທະນາ ກໍ່ໄດ້ມີສ່ວນຮ່ວມໃນການເປີດບູ໊ດນຳສະເໜີຜະລິດຕະພັນ ແລະ ການບໍລິການຕ່າງໆຂອງສະຖາບັນ ເພື່ອໃຫ້ນ້ອງໆນັກສຶກສາ ແລະ ແຂກທີ່ເຂົ້າຮ່ວມງານໄດ້ສອບຖາມ ແລະ ຮູ້ຈັກກ່ຽວກັບຜະລິດຕະພັນຂອງເຮົາຫຼາຍຂຶ້ນ.