ວັນທີ 31 ສິງຫາ 2020 ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ສືບຕໍ່ໃຫ້ບໍລິການທາງດ້ານການເງິນຮູບແບບສູນປະຊຸມ ໂດຍການເຮັດວຽກແບບມີສ່ວນຮ່ວມຂອງລູກຄ້າ ເຊິ່ງບໍລິການເງິນກູ້ແບບບໍ່ມີຫຼັກຊັບຄ້ຳປະກັນໃຫ້ກັບພີ່ນ້ອງປະຊາຊົນຊາວແຂວງໄຊຍະບູລີ.
ກ່ອນໜ້ານັ້ນ, ສກຈຮ ເອກພັດທະນາ ສືບຕໍ່ໃຫ້ບໍລິການດ້ານການເງິນແກ່ຊຸມຊົນເຂດບ້ານນາແຄມ ເມືອງ ພຽງ ແຂວງໄຊຍະບູລີ ເພື່ອສົ່ງເສີມການເຂົ້າເຖິງແຫຼ່ງເງິນທຶນຂອງປະຊາຊົນໃຫ້ຫຼາຍຂຶ້ນ.