ເນື່ອງໃນໂອກາດກາດລາຍການເຮຮາການເງິນສັນຈອນ ທີ່ສະຖາບັນການທະນາຄານ ໄດ້ສຳພາດອາຈານ ແລະ ນັກສຶກສາ ໂດຍການເຈາະເລິກກັບວຽກງານການເງິນຈຸລະພາກໂດຍສະເພາະ ເຊິ່ງເຕັມໄປດ້ວຍເນື້ອຫາ ສາລະ ນ້ອງນັກຮຽນທີ່ກຳລັງຈົບໃໝ່ ຫຼື ຜູ້ທີ່ກຳລັງຢາກສຶກສາພາກວິຊາການເງິນຈຸລະພາກ ຢ່າລືມເຂົ້າໄປເບິ່ງລາຍການຢ້ອນຫຼັງ.
ເຊິ່ງແຂກຮັບເຊີນພິເສດ ອາຈານ ປ.ອ ນາງ ຈັນທະວອນ ພົມມະເທບ ຮອງຫົວໜ້າພາກວິຊາ ແລະ ອາຈານ ສີລິມຸງຄຸນ ຫຼວງລາດ ຫົວໜ້າຂະແໜງການເງິນຈຸລະພາກ ສະຖາບັນການທະນາຄານ ໃນຫົວຂໍ້: ພາກວິຊາການເງິນຈຸລະພາກໃນ ສປປ ລາວ.
ໂອກາດນີ້, ອາຈານ ສີລິມຸງຄຸນ ຫຼວງລາດ ຫົວໜ້າຂະແໜງການເງິນຈຸລະພາກ ສະຖາບັນການທະນາຄານ ໄດ້ສະແດງຄວາມຂອບໃຈມາຍັງສະຖາບັນການເງິນ ທີ່ໄດ້ໃຫ້ໂອກາດ ແລະ ເປັນແຮງຫນຶ່ງເພື່ອສ້າງສາເຜີຍແຜ່ຂໍ້ມູນ ທີ່ຕິດພັນກັບຫລັກສູດຂອງ ສທຄ ໂດຍສະເພາະສາຂາການເງິນຈຸລະພາກ (Micro Finance Curriculum) ໃຫ້ກັບສັງຄົມ ແລະ ນ້ອງນັກຮຽນ ມ7 ທີ່ກຳລັງສຶກສາຫາຂໍ້ມູນປະກອບການຕັດສິນໃຈເລືອກສາຂາຮຽນຕໍ່ໃນລະດັບທີ່ສູງຂຶ້ນ.
ທັງເປັນການສ້າງຄວາມເຂັ້ມແຂງທາງດ້ານວິຊາການໃນຂົງເຂດການເງິນຈຸລະພາກ ໃຫ້ມີໃບໜ້າໃໝ່ ແລະສັງຄົມເຂົ້າໃຈໄດ້ນັບມື້ຂະຫຍາຍຕົວ ແລະ ກວ້າງຂວາງເປັນກ້າວໆ.