ເມື່ອວັນທີ 21 ສິງຫາ 2020 ສກຈຮ ເອກພັດທະນາ ມອບສິນໄໝທົດແທນຈາກປະກັນຊີວິດເງິນກູ້ ໃຫ້ກັບລູກຄ້ານາງ ຟອງສະມຸດ ຫຼວງອາໄພ ເຊິ່ງເປັນຜູ້ໄດ້ຮັບການຄຸ້ມຄອງ (ເສຍຊີວິດ) ແລະ ທ້າວ ວິຊຽນ ຫຼວງອາໄພ ເຊິ່ງເປັນຜູ້ໄດ້ຮັບຜົນປະໂຫຍດ (ຜົວ) ອາໃສຢູ່ບ້ານບໍ່ ເມືອງທຸລະຄົມ ແຂວງວຽງຈັນ ຈຳນວນ 9.000.000 ກີບ.

ກ່ອນໜ້ານັ້ນ, ວັນທີ 17 ສິງຫາ 2020 ສກຈຮ ເອກພັດທະນາ ກໍ່ໄດ້ມອບສິນໄໝທົດແທນຈາກປະກັນຊີວິດເງິນກູ້ ໃຫ້ກັບລູກຄ້ານາງ ດາວວົງ ບ້ານ ໂພສີ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ຈຳນວນເງິນ 9.375.000ກີບ (ຜູ້ຮ່ວມປະກັນເສຍຊີວິດ).