ສະຖາບັນການເງິນ ຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ໄດ້ໃຫ້ຄວາມສໍາຄັນໃນການຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດບັນດາກິດຈະກໍາຂອງລູກຄ້າທີ່ທົ່ວໄປທີ່ໄດ້ກູ້ຢືມເງິນຈາກສະຖາບັນພວກເຮົາ ເພື່ອເຮັດແນວໃດໃຫ້ເຂົາເຈົ້ານໍາໃຊ້ທຶນທີ່ມີຢູ່ ຖຶກຕ້ອງ ແລະ ສອດຄ່ອງກັບເປົ້າໝາຍ, ສ້າງໃຫ້ກິດຈະການມີຜົນກໍາໄລ ແລະ ສ້າງເສດຖະກິດຄອບຄົວໃຫ້ຮັ່ງມີເຂັ້ມແຂງຂຶ້ນໄປເລື້ອຍໆ.