ໃນຍຸກເສດຖະກິດຝຶດເຄືອງຄືແນວນີ້ ໃຜກໍ່ຕາມທີ່ມີວຽກເຮັດແລ້ວ ຕ້ອງເປີດເຜີຍທ່າແຮງຂອງຕົນອອກມາຢ່າງເຕັມສ່ວນ ໂດຍສະເພາະເມື່ອເຈົ້າຂອງທຸລະກິດ ຫຼື ຕ້ອງການປະຫຍັດຕົ້ນທຶນພ້ອມທັງຮັກສາຄົນເກັ່ງເຮັດວຽກໄດ້ຫຼາຍຢ່າງ. ສະນັ້ນ, ເຮົາຕ້ອງສະແດງໃຫ້ຫົວໜ້າ ຫຼື ເຈົ້າຂອງທຸລະກິດເຫັນວ່າ: ເຮົາຄູ່ຄວນກັບອົງກອນນັ້ນຢູ່, ແຕ່ຖ້າຫາກມີການຢຸດວຽກໃນອະນາຄົດແທ້ໆ ທ່ານຈະຖຶກຕັ້ງຄໍາຖາມທັນທີ ແລະ ນີ້ຄືແມ່ນ 4 ປະໂຫຍດທີ່ບໍ່ຄວນເວົ້າ ຫຼື ປະຕິເສດອົງກອນ ຫາກທ່ານຍັງຕ້ອງການຢາກເຮັດວຽກຕໍ່ໄປ ເພາະໄລຍະໂຄວິດ-19 ເຈົ້າຫຼາຍທຸລະກິດຈໍາເປັນຕ້ອງເລີກຈ້າງພະນັກງານບາງສ່ວນທີ່ບໍ່ຈໍາເປັນອອກ.

+ ຢ່າຟ້າວປະຕິເສດທັນທີ:

ບ່ອນໃດກໍ່ຕາມ, ທີ່ນາຍຈ້າງຕ້ອງການຢາກເຫັນຜູ້ທີ່ເປັນພະນັກງານເຕັມໃຈທີ່ຈະເຮັດວຽກຢ່າງເຕັມທີ່; ຖ້າບໍ່ຈໍາເປັນແທ້ໆກໍ່ຢ່າຟ້າວປະຕິເສດທັນທີ, ແຕ່ຄວນອະທິບາຍເຖິງເຫດຜົນ ແລະ ສິ່ງອື່ນໆອີກຫຼາຍຢ່າງ ເພື່ອໃຫ້ຫົວໜ້າໄດ້ເຫັນເຖິງຄວາມຈໍາເປັນນັ້ນແທ້ໆ ແລະ ໃຫ້ເພື່ອຮ່ວມງານທີ່ມີຢູ່ຊ່ວຍເຫຼືອແກ້ໄຂສະເພາະໜ້າໄປກ່ອນ ແລ້ວອົງກອນຈະພິຈາລະນາວ່າທ່ານມີວຽກຈໍາເປັນອີ່ຫຼີ ໃນໜ້າວຽກທີ່ຖຶກມອບ ໝາຍຫົວໜ້າ, ເມື່ອມີໂອກາດຈຶ່ງຢື່ນມືຊ່ວຍວຽກຂອງເພື່ອນຮ່ວມງານໃນຄັ້ງຕໍ່ໄປ.

+ ຢ່າເວົ້າວ່າເຮັດບໍ່ໄດ້:

ທຸກຄົນທີ່ເກີດມາໃນໂລກນີ້ບໍ່ມີໃຜເຮັດຫຍັງໄດ້ຕັ້ງແຕ່ເກີດ, ແຕ່ທຸກສິ່ງທຸກຢ່າງຕ້ອງໄດ້ຜ່ານການຮຽນຮູ້ ແລະ ພັດທະນາຕົນເອງຢູ່ຕະຫຼອດເວລາ. ສະນັ້ນ, ຢ່າຄິດເຖິງຄວາມຈຸດດ້ອຍຂອງຕົນເອງໂດຍການເວົ້າວ່າ “ບໍ່ສາມາດເຮັດໄດ້” ເພາະມັນໝາຍເຖິງເຮົາບໍ່ມີຄວາມສາມາດ ຫຼື ບໍ່ຕ້ອງການຮຽນຮູ້ສິ່ງໃໝ່ໆ ເພາະສະນັ້ນ, ແທນທີ່ຈະຖືກປະຕິເສດຢ່າງກະທັນຫັນ ຄວນປັບແນວຄວາມຄິດແລ້ວທົດລອງໃຊ້ຄຳອື່ນ ເພາະຄໍາເວົ້າບາງຄຳອາດຈະເປັນການປິດກັ້ນໂອກາດຕົນເອງໄປຕະຫຼອດຊີວິດກໍ່ເປັນໄດ້.

+ ຢ່າເວົ້າວ່າບໍ່ຮູ້:

ການຮຽນໃນຫ້ອງ ຫຼື ການເຮັດວຽກໃນອົງກອນບໍ່ມີໃຜຈະຮູ້ຄຳຕອບທຸກຢ່າງ ຖ້າບໍ່ຜ່ານການຝົນຝົນຫຼໍ່ຫຼອມ ຫຼື ຮຽນຮູ້ຈາກປະສົບການຕົວຈິງ, ແຕ່ສໍາລັບເຈົ້ານາຍ ເຂົາເຈົ້າຄິດວ່າຜູ້ທີ່ຢູ່ໃຕ້ອຳນາດຕ້ອງມີຄຳຕອບ ຫຼື ພະຍາຍາມຊອກຫາຄຳຕອບຢູ່ສະເໝີ. ຫາກເຮົາເປັນຄົນໜຶ່ງທີ່ຖຶກຖາມ ເຖິງວ່າຈະບໍ່ຮູ້ຄຳຕອບທັນທີ ເຮົາກະຕ້ອງໄດ້ມີເຫດຜົນອະທິບາຍ-ຊີ້ແຈງຢ່າງມີລັກສະນະວິໃສ ທີ່ເປັນຄຳເວົ້າໜັກແໜ້ນໃຫ້ສາມາດເຊື່ອຖືໄດ້ ແທນຄຳວ່າ “ບໍ່ຮູ້” ຈະດີກວ່າ.

+ ຢ່າເວົ້າວ່າບໍ່ແມ່ນໜ້າທີ່:

ມີຫຼາຍບໍລິສັດບໍ່ຕ້ອງການຫຼຸດພະນັກງານລົງ, ແຕ່ຢາກຈະພາທຸກຄົນສືບຕໍ່ໄປຕະຫຼອດຮອດຝັ່ງ. ສະນັ້ນ, ເພື່ອນຮ່ວມງານທີ່ເຮັດວຽກນໍາກັນ ບາງຄັ້ງກໍ່ຕ້ອງໄດ້ອາໃສກັນ ນັ້ນໝາຍເຖິງຄວາມໄວ້ເນື້ອເຊື່ອໃຈຂອງການເຮັດໜ້າທີ່ແທນ; ເຊິ່ງໃນຍຸກນີ້ ຢ່າປ່ອຍໃຫ້ຄວາມຄິດ ຫຼື ຄຳເວົ້າວ່າ “ບໍ່ແມ່ນໜ້າທີ່” ໃຫ້ເຈົ້ານາຍໄດ້ຍິນ ເພາະວ່າຫົວໜ້າມັກຄົນທີ່ມີຄວາມຄ່ອງແຄ້ວສູງ ແລະ ສາມາດປັບຕົວເຂົ້າກັບທຸກສະຖານະການໄດ້. ຖ້າທ່ານຕ້ອງການທີ່ຈະຊ່ວຍໃຫ້ອົງກອນມີຊີວິດລອດໃນສະຖານະການທີ່ຫຍຸ້ງຍາກນີ້ ຫຼື ຢາກມີວຽກເຮັດງານຕໍ່ໄປ, ຕ້ອງປັບທັດສະນະຄະຕິໃຫ້ຄິດໃນແງ່ບວກ ແລະ ຢ່າຢຶດຕິດກັບຄວາມຄິດຂອງຕົນເອງຈົນເກີນໄປ.

ຂອບໃຈຂໍ້ມູນຈາກ: http://www.Aommoney.com

ຂອບໃຈຮູບພາບຈາກ: http://www.freepik.com