ທ່ານ ເປມ ແກ້ວສຸພົນ ຫົວໜ້າຜູ້ຈັດການເຂດ ແລະ ທ່ານ ພູວົງ ເມກສະຫວັນ ຜູ້ຈັດການ IT ຂອງສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ໄດ້ເຂົ້າຮ່ວມພິທີເປີດໂຕ ບໍລິສັດລາວໂມບາຍມັນນີ ຈຳກັດຜູ້ດຽວ ແລະ ບໍລິການ M-Money “ການເງິນດີຈີຕ໋ອລເທິງມືຖື” ໃນຕອນແລງວັນທີ 17 ກໍລະກົດ 2020 ຜ່ານມາທີ່ໂຮງແຮມດອນຈັນພລາເລດນະຄອນຫລວງວຽງຈັນ.

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີເປີດໂຕ ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ບໍລິການ M-money ການເງິນດີຈິຕ໋ອລເທິງມືຖື. ຈຸດປະສົງເພື່ອເປີດບໍລິການແອັບພລິເຄຊັ່ນ ທີ່ສາມາດໃຊ້ກັບຊີວິດປະຈຳວັນ ໂດຍເນັ້ນຄວາມສະດວກສະບາຍໃນການຈ່າຍເງິນໂດຍບໍ່ຕ້ອງຖືເງິນສົດ ກໍ່ສາມາດຊໍາລະຈ່າຍຄ່ານ້ຳປະປາ, ຄ່າໄຟຟ້າ, ຄ່າໂທລະສັບ, ຄ່າບິນຕ່າງໆ ແລະ ສາມາດໂອນເງິນໄປທະນາຄານຕ່າງໆທີ່ຮ່ວມສັນຍາ. ຂະນະດຽວກັນ, ກໍ່ສາມາດເອົາເງິນເຂົ້າໃນ M-Money ດ້ວຍວິທີງ່າຍໆທີ່ຈຸດບໍລິການທົ່ວປະເທດ.

ທ່ານ ທັນສະໄໝ ຊາມຸນຕີ ຜູ້ອໍານວຍການບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ກ່າວວ່າ:ລາວ ໂມບາຍມັນນີ ເປັນບໍລິສັດໃນເຄືອຂອງ ລາວໂທລະຄົມມະນາຄົມ ມະຫາຊົນ ທີ່ລັດຖະບານຖືຮູ້ນ 51 ເປີເຊັນ ແລະ ນັກລົງທຶນຕ່າງປະເທດ 49 ເປີເຊັນ; ເຊິ່ງບໍລິສັດດັ່ງກ່າວເຮັດໜ້າທີ່ໃຫ້ບໍລິການການເງິນດິຈິຕ໋ອລເທິງມືຖືດ້ວຍເຄື່ອງໝາຍການຄ້າ M-money ຕາມສະໂລແກນທີ່ວ່າ: “ໃຫ້ຊີວິດງ່າຍຂື່ນຕາມຍຸກດິຈິຕ໋ອລ ດ້ວຍວິໃສທັດ ເປັນຜູ້ນຳດ້ານການເງິນດິຈິຕ໋ອລໃນລາວ”.

ຄຽງຄູ່ກັນນັ້ນ, ຍັງໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການດັ່ງກ່າວນີ້ໄດ້ຢ່າງສະດວກສະບາຍ ພ້ອມສ້າງສັງຄົມທີ່ບໍ່ນໍາໃຊ້ເງິນສົດໃນທົ່ວປະເທດ, ເສີມສ້າງບໍລິການການເງິນດີຈີຕ໋ອລໃຫ້ກາຍເປັນກະເປົ໋າເງິນທີ່ມີຜູ້ຄົນນໍາໃຊ້ຫຼາຍເປັນອັນດັບ 1 ໃນອະນາຄົດອັນໄກ້ນີ້ ໂດຍໃຫ້ທຸກພາກສວ່ນຈະໄດ້ຮັບຜົນປະ ໂຫຍດສູງສຸດ. ທັງເປັນສື່ກາງໃນການເຊື່ອມໂຍງບັດາຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ ແນ່ໃສເປັນສ່ວນໜຶ່ງສ້າງທ່າແຮງຊຸກຍູ້ຜັນຂະຫຍາຍແນວທາງພັດທະນາເສດຖະກິດດິຈິຕ້ອນຂອງພັກໃນອະນາ ຄົດຂ້າງໜ້າໃຫ້ເປັນຮູບປະທຳ.

ທ່ານກ່າວຕື່ມວ່າ: ຫຼັງຈາກເປີດໂຕຢ່າງເປັນທາງການແລ້ວ ທາງບໍລິສັດລາວໂມບາຍມັນນີ ໄດ້ວາງແຜນການຂະຫຍາຍການບໍລິການໄວ້ 3 ໄລຍະໄດ້ແກ່: ໄລຍະທີ1 ເລີ່ມເດືອນກໍລະກົດເປັນຕົ້ນໄປຈະໄດ້ໃຫ້ບໍລິການໃນເຂດນະຄອນຫລວງວຽງຈັນ.

ສໍາລັບໄລຍະທີ2: ເລີ່ມທ້າຍເດືອນສິງຫາ ຈະຂະຫຍາຍການບໍລິການໄປອີກ 9 ແຂວງ ເຊັ່ນ: ບໍ່ແກ້ວ, ອຸດົມໄຊ, ຫຼວງນໍ້າທາ, ໄຊຍະບູລີ, ຫຼວງພະບາງ, ແຂວງວຽງຈັນ, ບໍລິຄໍາໄຊ,ຄໍາມ່ວນ,ສະຫວັນນະເຂດ, ຈໍາປາສັກ ແລະ ຄູ່ຮ່ວມທູລະກິດຕ່າງໆ.

ສ່ວນໄລຍະທີ3: ເລີ່ມຕົ້ນທ້າຍເດືອນກັນຍາ 2020 ຈະໄດ້ຂະຫຍາຍການບໍລິການໄປທົ່ວປະເທດ.ຂະນະທີ່, ຂັ້ນຕອນການສະໝັກກໍ່ພຽງແຕ່ ລົງທະບຽນດ້ວ ເບີໂທລະຊັບມືຖື ແລະ ບັດປະຈຳຕົວຂອງທ່ານເອງກໍ່ສາມາດໃຊ້ໄດ້ເລີຍ ເນື່ອງຈາກ M-Money ມີຄວາມປອດໄພໃນການເຂົ້າໃຊ້ໂດຍການ Scan ລາຍນິ້ວມື ຫຼື ການ Scan ໃບໜ້າຂອງທ່ານເອງ ແລະ ມີຟັງຊັ້ນແຈ້ງເຕືອນທຸກຄັ້ງທີ່ມີການໃຊ້ຈ່າຍ ທ່ານສາມາດດາວໂຫຼດແອັບພລິເຄຊັ່ນໄດ້ທາງ App Store ແລະ Play Store.

ພາຍໃນງານ ຍັງມີການເຊັນສັນຍາຮ່ວມມືກັນກັບບັນດາຫົວໜ່ວຍທຸລະກິດ ໄດ້ແກ່: ບໍລິສັດ T-plus ດິຈິຕ໋ອລຈໍາກັດ, ບໍລິສັດ ETL ຈໍາກັດ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານອຸດສາຫະກໍາ ແລະ ການຄ້າຈີນ (ICBC), ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກໍາ, ທະນາຄານຮ່ວມພັດທະນາ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາ ຄານອິນດູຈີນ, ທະນາຄານເອຊີລີດາ, ທະນາຄານມາລູຮານເຈແປນລາວ, ບໍລິສັດ NCC ຈໍາກັດຜູ້ດຽວ, ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ, ບໍລິສັດ ຮຸ່ງອາລຸນ ໂລຈິດສຕິກ ແລະ ບໍລິສັດ ໂກເທັດດີ້ ຈໍາກັດຜູ້ດຽວ.