ລາຍຮັບຂອງແຕ່ລະຄົນຍ່ອມແຕກຕ່າງກັນ ສໍາລັບທ່ານໃດຄິດຈະທ້ອນເງິນນັ້ນ ລາຍໄດ້ໜ້ອຍ ຫຼື ຫຼາຍ ກະບໍ່ເປັນອຸປະສັກຕໍ່ການທ້ອນເງິນ. ສໍາລັບການທ້ອນເງິນເຖິງຈະມີລາຍຮັບໜ້ອຍ, ແຕ່ເຮົາສາມາດທ້ອນເງິນໃຫ້ຫຼາຍໄດ້ບໍ່ຍາກ ຈະຕ້ອງເຮັດແນວໃດ ລອງອ່ານເຄັດລັບຂ້າງລຸ່ມນີ້:

+ ຄິດກ່ອນຊື້:
ຫຼາຍຄັ້ງທີ່ເຮົາຈັບຈ່າຍຊື້ສິ່ງຂອງຕາມໃຈ ຈະເຮັດໃຫ້ເຮົາຊື້ໂດຍບໍ່ຄິດເຖິງຜົນປະໂຫຍດຂອງມັນ ເພາະບາງຄັ້ງເຄື່ອງທີ່ຊື້ອາດຈະບໍ່ຈໍາເປັນ, ແຕ່ເຂົາເຈົ້າຫຼຸດລາຄາກໍ່ເລີຍຊື້ໄວ້ກ່ອນ. ສະນັ້ນ, ເຮົາຕ້ອງຮູ້ຈັກຄິດກ່ອນຊື້ ຢ່າໃຫ້ ອາລົມມາປິດບັງຄວາມຄິດ ຈົນເຮັດໃຫ້ເຮົາຂາດວິໃນການເງິນ ແລະ ຢ່າຍອມຈົກຖົງຊື້ດ້ວຍພາບຫຼັກພາຍນອກທີ່ຖຶກຈັດວາງຂາຍຢູ່ຕາມຫ້າງຮ້ານຕ່າງໆ ລວມທັງການແຕ່ງໂຕໃສ່ຂອງລາຄາແພງ ສິ່ງທີ່ເວົ້າມານັ້ນ, ອາດເປັນເບື້ອງຫຼັງຂອງລາຍຈ່າຍ. ດັ່ງນັ້ນ, ຈະຊື້ຫຍັງກໍ່ຕາມໃຫ້ຄຳນຶງກ່ອນຊື້ທຸກຄັ້ງ ເງິນຈັ່ງຊິຍັງໃນກະເປົ໋າ.

+ ຕ້ອງເຮັດເລືີ່ອງຍາກ ໃຫ້ເປັນເລື່ອງງ່າຍ:
ການເຮັດເລື່ອງຍາກໆ ທີ່ຫຼາຍຄົນເຮັດບໍ່ໄດ້ ໃຫ້ກາຍເປັນເລື່ອງງ່າຍ ຖືເປັນເຄັດລັບສໍາລັບຜູ້ທີ່ຢາກອອມເງິນພ້ອມທັງໝູນໃຊ້ໂອກາດນັ້ນຢ່າງຫຼວງຫຼາຍ ເຊິ່ງບັນຫາຫຼັກຂອງຄົນມີລາຍຮັບໜ້ອຍກໍ່ຄື ການແບ່ງເງິນກ່ອນຈຶ່ງນໍາໄປໃຊ້, ຖ້າຫາກເຮົາໃຊ້ກ່ອນເຫຼືອເທົ່າໃດຈຶ່ງອອມ ທ່ານອາດຈະບໍ່ມີເງິນອອມເລີຍກໍ່ເປັນໄດ້.

ເຄັດລັບອີກຢ່າງໜຶ່ງກໍ່ຄື: “ການມີວິໃນທາງດ້ານການເງິນ” ຫາກທ່ານບໍ່ແບ່ງເງິນກ່ອນຈະນໍາໄປໃຊ້ ຈະເຮັດໃຫ້ທ່ານຈະບໍ່ຮູ້ຄຸນຄ່າຂອງເງິນ, ແຕ່ຖ້າຫາກເຮົາອອມທຸກຄັ້ງທີ່ໄດ້ເງິນມາເທື່ອລະໜ້ອຍ ລອງຄິດໄລ່ເບິ່ງວ່າເດືອນໜຶ່ງເຮົາຈະໄດ້ເທົ່າໃດ? ແລະ ສະຫຼຸບທ້າຍປີເຮົາຈະມີເງິນອອມໃນກະປຸກ ຫຼື ໃນບັນຊີເທົ່າໃດ? ຖ້າເຮົາມີລາຍຮັບຫຼາຍຂຶ້ນເຮົາກໍ່ອອມຫຼາຍຂຶ້ນ ເມື່ອຜ່ານໄປຫຼາຍປີເຮົາຈະຮູ້ວ່າ ເງິນທີ່ອອມໃນມື້ນັ້ນຈົນຮອດມື້ນີ້ມັນເກີດດອກອອກຜົນຢ່າງຫຼວງຫຼາຍ.

+ ຕ້ອງກໍານົດເປົ້າໝາຍການອອມເງິນ:
ຫາກເຮົາເດີນທາງໂດຍບໍ່ມີເປົ້າໝາຍ ອາດຈະບໍ່ເຖິງປາຍທາງທີ່ຕັ້ງໄວ້ ເພາະການມີເປົ້າໝາຍທາງການເງິນຖືເປັນສິ່ງສໍາຄັນສໍາລັບນັກອອມເງິນທີ່ຕ້ອງເຮັດໃຫ້ໄດ້ ເຊິ່ງວິທີກໍານົດເປົ້າໝາຍອາດຈະຂຽນເປັນຈໍານວນເງິນກໍ່ໄດ້ ຫຼື ກໍານົດເປັນການລົງທຶນກໍ່ດີ. ຖ້າກໍານົດເປັນເງິນ ເຊັ່ນ: ຕ້ອງມີເງິນອອມ 20 ລ້ານກີບໃນໄລຍະ 3 ປີ ຫຼື 5 ປີ ເຮົາຈະເຮັດເປົ້າໝາຍທີ່ເປັນເງິນໄດ້ຊັດເຈນ ເພາະເຮົາໄດ້ສໍາຜັດເງິນນັ້ນໆເຮັດໃຫ້ເກີດມີຜົນດີໃນອະນາຄົດ.

ຖ້າເຮົາຕັ້ງເປົ້າໝາຍເປັນນາມມະທຳ ເຊັ່ນ: ຈະອອມເງິນທຸກໆເດືອນ ຫຼື ຕ້ອງມີເງິນອອມຢ່າງໜ້ອຍ 20% ຂອງລາຍໄດ້ ເພື່ອອອມໄວ້ໄປລົງທຶນ, ເຮັດທຸລະກິດ, ຝາກເພື່ອຜົນຕອບແທນ ແລະ ເງິນແຮສຸກເສີນອື່ນໆ ເຊິ່ງການຕັ້ງເປົ້າໝາຍແບບນີ້ ຈະເປັນການຝຶກນິໃສທີ່ດີທາງການເງິນ ແລະ ບໍ່ຮີບຮ້ອນຈົນເກີນໄປ ເມື່ອເຮົາເຮັດສໍາເລັດກໍ່ຈະເປັນຮູບປະທຳທີ່ສາມາດຈັບຕ້ອງໄດ້ໃນທີ່ສຸດ.

+ ໃຫ້ເງິນເຮັດວຽກຫາເງິນ:
ອອມເງິນແລ້ວນຳໄປຝາກກັບສະຖາບັນການເງິນ ອາດຈະຮູ້ສຶກຄັກໄປອີກແບບສໍາລັບຄົນທີ່ບໍ່ເຄີຍເປີດບັນຊີ, ແຕ່ຈະດີກວ່ານັ້ນ ໃຫ້ເງິນທີ່ເຮົາສະສົມມາໃຫ້ມັນສາມາດເກີດດອກອອກຜົນໄລຍະຍາວ ກໍ່ຄວນຈະເອົາໄປລົງທຶນເພື່ອຕໍ່ຍອດທຸລະກິດ ເຊັ່ນ: ຊື້ອະສັງຫະລິມະຊັບ, ຊື້ພັນທະບັດ ຫຼື ຝາກປະຈໍາເພື່ອເອົາດອກເບ້ຍໄລຍະຍາວກໍ່ຍິ່ງເປັນການດີ.

ບັນຍາກາດການໃຫ້ຄວາມຮູ້ທາງດ້ານການເງິນແກ່ປະຊາຊົນຢູ່ບ້ານຈຸ້ມ ເມືອງທຸລະຄົມ ແຂວງວຽງຈັນ ເພື່ອຍົກລະດັບຄວາມຮູ້ທາງດ້ານການເງິນໃຫ້ກັບປະຊາຊົນ ນຳໄປພັດທະນາເສດຖະກິດຄອບຄົວຂອງເຂົາເຈົ້າໃຫ້ດີຂຶ້ນ.