ການຂະຫຍາຍສູນປະຊຸມ ຂອງສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ຖືເປັນການເພີ່ມຊ່ອງທາງໃຫ້ປະຊາຊົນໃນເຂດຫ່າງໄກສອກຫຼີກ ໄດ້ເຂົ້າເຖິງການບໍລິການທາງດ້ານການເງິນຫຼາຍຂຶ້ນ ໂດຍຜ່ານຕົວແທນຂອງບ້ານທີ່ຖຶກຄັກເລືອກ, ທັງເປັນບ່ອນເຕົ້າໂຮມຄວາມສາມັກຄີ ແລະ ພົບປະກັນລະຫວ່າງ ສກຈຮ ເອກພັດທະນາ ກັບ ລູກຄ້າ ໂດຍສະເພາະແມ່ນພໍ່ແມ່ປະຊາຊົນທີ່ເປັນສະມາຊິກຂອງສູນດັ່ງກ່າວ.

ນອກຈາກນັ້ນ, ຍັງເປັນບ່ອນແລກປ່ຽນຄຳຄິດເຫັນຂອງລູກຄ້າ ເພື່ອສະເໜີຕໍ່ກັບຜະລິດຕະພັນຂອງ ສກຈຮ ເອກພັດທະນາໃນເວລາລົງມາເຜີຍແຜ່ໃນແຕ່ລະຄັ້ງອີກດ້ວຍ.

ບັນຍາກາດໃນພິທີເປີດສູນປະຊຸມ ຢູ່ບ້ານນາໝາກ ເມືອງທຸລະຄົມ ແຂວງວຽງຈັນ ເຊິ່ງເຫັນວ່າປະຊາຊົນໃຫ້ຄວາມສົນໃຈຫລາຍສົມຄວນ.