ຫາກທ່ານຮູ້ຈັກວິທີການທ້ອນອອມເງິນ ເພື່ອເອົາລົງທຶນ ຫຼື ປະກອບກິດຈະການໃດໜຶ່ງ ຈະເປັນການຕໍ່ຍອດຕົ້ນທຶນຂອງທ່ານໃຫ້ເກີດດອກອອກຜົນຫຼາຍຂຶ້ນ ເຊັ່ນ: ການຝາກເງິນເພື່ອເອົາດອກເບ້ຍ, ການປະກອບກິດຈະການ ແລະ ການທ້ອນເງິນຕ່າງໆ. ສຳລັບໃນວັນນີ້ ເຮົາຈະພາຜູ້ອ່ານມາຮູ້ຈັກກັບການເງິນຂັ້ນພື້ນຖານ ທີ່ນັກເສດຖະສາດດ້ານການເງິນ ເພີ່ນໄດ້ໃຫ້ຂໍ້ຄິດເຫັນ ດັ່ງລຸ່ມນີ້:

+ ຄວນທ້ອນເງິນໃຫ້ເປັນນິໃສ     

ໝາຍເຖິງການອອມເງິນຢ່າງມີວິໃນ ແລະ ຕໍ່ເນື່ອງຢ່າງຫນ້ອຍ 10% ສຳລັບມືໃໝ່ຫັດອອມ, ແຕ່ສຳລັບຜູ້ມີເງີນແລ້ວ ອາດຈະອອມກັບທຸລະກິດນັ້ນເລີຍ; ວິທີການກໍ່ຄືກູ້ເງີນເພື່ອຂະຫຍາຍທຸລະກິດ ແລ້ວ ທະນາຄານຈະຕັດເງີນແຕ່ລະເດືອນທັນທີ ເຮັດໃຫ້ເຂົາອອມໃນທຸລະກິດທັນທີທຸກໆເດືອນ. ຫຼາຍຄົນອາດຄິດວ່າຢືມເງີນກໍ່ເສຍດອກເບ້ຍ, ແຕ່ຢ່າລືມການລົງທຶນກໍ່ມີລາຍຮັບເຊັ່ນກັນ.

+ ຢຸດໃຊ້ຈ່າຍແບບຟຸມເຟືອຍ

ເຮົາບໍ່ຄວນໃຊ້ຈ່າຍຕາມຄວາມຕ້ອງການ, ແຕ່ຄວນຈ່າຍເພື່ອຄວາມຈຳເປັນເທົ່ານັ້ນ ເຊິ່ງມີຫຼາຍຄົນ ຖຽງວ່າ: ທຸກສິ່ງທີ່ຂ້ອຍຊື້ລ້ວນແຕ່ຈຳເປັນທັງນັ້ນ ແລ້ວຖາມໂຕເອງເບິ່ງວ່າ ຖ້າບໍ່ເລີ່ມປະຢັດແຕ່ຕອນນີ້ແລ້ວຍາມໃດຊິລວຍ?.

+ ສ້າງລາຍຮັບຫຼາຍທາງ
      ຂໍ້ນີ້ບໍ່ຕ້ອງອະທິບາຍຫຼາຍ ເພາະຄົນລວຍເຂົາເຈົ້າຈະມີລາຍຮັບຫຼາຍກວ່າທາງດຽວແນ່ນອນ ເຊິ່ງການມີລາຍຮັບພຽງທາງດຽວ ອາດຈະເຮັດໃຫ້ເຮົາເປັນຄົນບໍ່ມີທາງເລືອກກໍ່ໄດ້.

+ ກະຈາຍການລົງທຶນ
      ເມື່ອທ້ອນເງິນໃນລະດັບໜຶ່ງແລ້ວ ຄົນເຮົາຄວນຈະເອົາເງີນໄປລົງທຶນເພື່ອເອົາກໍາໄລ, ແຕ່ສຳລັບມືໃໝ່ເຮົາຄວນຈະກະຈາຍການລົງທຶນຈຶ່ງຈະເປັນການດີ, ແຕ່ສຳລັບຄົນລວຍເຂົາຈະສຸມໃສ່ສິ່ງໜຶ່ງສິ່ງດຽວເປັນຫຼັກ ເພາະເຂົາຮູ້ສິ່ງນັ້ນຢ່າງເລິກເຊິ່ງແລ້ວ ແລະ ເໝາະສົມກັບເຂົາຢ່າງແທ້ຈິງ.

+ ໝັ່ນຫາຄວາມຮູ້
      ການຫາຄວາມຮູ້ເປັນນິໃສອີກແບບໜຶ່ງຂອງຄົນທີ່ຈະປະສົບຜົນສຳເລັດ ແລະ ຕ້ອງບອກກ່ອນວ່າໂລກເຮົາໝູນຢູ່ທຸກມື້ ຖ້າເຮົາຢຸດຫາຄວາມຮູ້ ກໍ່ໝາຍຄວາມວ່າເຮົາເລີ່ມຖອຍຫຼັງແລ້ວ.

+ ເລີ່ມຕັ້ງແຕ່ອາຍຸຍັງນ້ອຍ

ການເລີ່ມຕົ້ນທຸລະກິດຕັ້ງແຕ່ເຍົາໄວເທົ່າໃດ ກໍ່ຈະເຮັດໃຫ້ທ່ານປະສົບຜົນສຳເລັດໄວເທົ່ານັ້ນ.