ທຸກໆຄັ້ງກ່ອນຈະປ່ອຍເງິນກູ້ໃຫ້ກັບປະຊາຊົນ ພະນັກງານ ສກຈຮ ເອກພັດທະນາ ຈະລົງໄປເບິ່ງພື້ນທີ່ຕົວຈິງ ເພື່ອປະເມີນເຖິງຄວາມອາດສາມາດໃນການຜ່ອນຊໍາລະ. ຖັດຈາກນັ້ນ, ຈຶ່ງຈະພິຈາລະນາປ່ອຍເງິນກູ້ໃຫ້ ທັງນີ້ ກໍ່ເພື່ອປ້ອງກັນຄວາມສ່ຽງທີ່ອາດຈະເກີດຂຶ້ນ ລວມໄປເຖິງການສົ່ງຄືນທັງຕົ້ນທຶນ ແລະ ດອກເບ້ຍຂອງລູກຄ້າເອງ.