ການຜະລິດການເປັນສິນຄ້າ ຖືເປັນບູລິມະສິດຂອງພາກລັດທີ່ສົ່ງເສີມໃຫ້ປະຊາຊົນບັນດາເຜົ່າມີຢູ່ມີກິນດ ແລະ ເຫຼືອກິນ ເພື່ອຂາຍເປັນສິນຄ້າ ເຊິ່ງໄລຍະຜ່ານມາ ຂະແໜງການກ່ຽວຂ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຊຸກຍູ້ສົ່ງເສີມ. ກໍ່ເຊັ່ນດຽວກັນກັບ ສກຈຮ ເອກພັດທະນາ ທີ່ໄດ້ສົ່ງເສີມທາງດ້ານທຶນຮອນ ໂດຍສະເພາະແມ່ນທຸລະກິດຄອບຄົວ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບເຂົາເຈົ້າມີລາຍຮັບ.

ເນື່ອງຈາກວຽກງານການຜະລິດເປັນສິນຄ້າ ຖືເປັນວຽກໜຶ່ງທີ່ເປັນທ່າແຮງໄດ້ປຽບຂອງປະເທດເຮົາໃນການຜະລິດສະບຽງອາຫານ, ເປັນສິນຄ້າກະສິກໍາທີ່ສະອາດ, ປອດສານ ແລະ ດຶງດູດຄວາມສົນໃຈ ຜູ້ບໍລິໂພກໃນທົ່ວໂລກ ໂດຍໄດ້ຕ້ອງມີຈຸດສຸມໃນການຜະລິດ, ກໍານົດເຂດການຜະລິດສະເພາະ, ຫັນໄປສູ່ອຸດສາຫະກໍາປຸງແຕ່ງ ສິນຄ້າກະສິກໍາ, ເຮັດໃຫ້ສິນຄ້າກະສິກໍາສະອາດແທ້, ເປັນສີຂຽວ, ກໍານົດສິນຄ້າປາຍແຫຼມ, ຈັດຕັ້ງກຸ່ມການຜະລິດທີ່ຕິດພັນກັບການ ສົ່ງອອກ ໄດ້ມາດຕະຖານຢ່າງເປັນລະບົບຄົບຊຸດ.

ຄຽງຄູ່ກັນນັ້ນ, ການສົ່ງເສີມຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ໃຫ້ສາມາດເຂົ້າຫາແຫຼ່ງທຶນ ເພື່ອນໍາໃຊ້ເຂົ້າໃນການຜະລິດກະສິກໍາ ຕິດພັນກັບການປຸງແຕ່ງແຕ່ຫົວທີ ໃຫ້ມີຄຸນນະພາບສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ເພື່ອສົ່ງເສີມການຜະລິດຢ່າງມີຈຸດສຸມ ແລະ ຈັດຕັ້ງເປັນກຸ່ມການຜະລິດໃຫຍ່.

ບັນດາຮູບພາບການເຄື່ອນໄຫວ ເບິ່ງປະຊາຊົນດໍານາ ໃນເຂດພື້ນທີ່ໃຫ້ບໍລິການຂອງ ສກຈຮ ເອກພັດທະນາ.