
ປົກຄອງຫຼາຍທ່ານ ຍາກໄດ້ວິທີການ ຫຼື ຄຳແນະນຳຕ່າງໆທີ່ເປັນເຄື່ອງມືຊ່ວຍສອນລູກຫຼານຂອງຕົນໄດ້ຮຽນຮູ້ວິທີການອອມເງິນຕັ້ງແຕ່ເຍົາໄວ ເພື່ອສ້າງທັກສະການດໍາລົງຊີວິດໃນຍຸກດິຈິຕ໋ອລໃຫ້ມັ້ງຄັ້ງສົມບູນ ແລະ ຕັດບັນຫາຄວາມສ່ຽງວິທີຄິດລົບຂອງເດັກນ້ອຍນັບແຕ່ຂັ້ນອະນຸບານ ອັນເປັນພື້ນຖານເຮັດໃຫ້ເຂົາເຈົ້າຮູ້ຈັກຄິດ ແລະ ມີຄວາມຮັບຜິດຊອບຕັ້ງແຕ່ເນີ້ນໆ. ສະນັ້ນ, ພວກເຮົາມີເຄັດລັບມາຝາກ 5 ປະການ ເພື່ອເປັນແນວທາງໃຫ້ເດັກນ້ອຍອອມເງິນໃນໄລຍະສັ້ນ ຫຼື ໄລຍະຍາວ.

+ ເຮັດໃຫ້ເຂົາເຈົ້າຮູ້ສຶກອົບອຸ່ນທຸກມື້:
ເມື່ອກ້າວເຂົ້າສູ່ອະນຸບານ ຫຼື ຊັ້ນປະຖົມແລ້ວ ເດັກນ້ອຍເຂົາເຈົ້າຈະສັງເກດເຫັນຄວາມແຕກຕ່າງລະຫວ່າງຖານະຂອງຄອບຄົວເຮົາກັບຄອບຄົວອື່ນວ່າເປັນແນວໃດ?. ສະນັ້ນ, ພໍ່ແມ່ຄວນມີວິທີສອນລູກໃນແບບທີ່ເຮົາເປັນຢູ່ ແລະ ສອນໃຫ້ຮູ້ເຖິງການດໍາລົງຊີວິດແບບພໍພຽງ ເພື່ອບໍ່ໃຫ້ມີການປຽບທຽບເຊິ່ງກັນ ແລະ ກັນ.
+ ເຮັດໃຫ້ເຂົາເຈົ້າຮູ້ສຶກມີກໍາລັງໃຈ:
ພໍ່ແມ່ບໍ່ຄວນເວົ້າໃນລັກສະນະບັນທອນຈິດໃຈຂອງລູກ ຈົນເຮັດໃຫ້ເຂົາເຈົ້າເກີດຄວາມກັງວົນ, ຂາດຄວາມໝັ້ນຄົງ ແລະ ຂາດຄວາມໝັ້ນໃຈ, ແຕ່ຄວນເວົ້າສິ່ງດີມີປະໂຫຍດຢ່າງສ້າງສັນ ເປັນຕົ້ນແມ່ນ: ໃນຕອນນີ້ຄອບຄົວເຮົາອາດຈະບໍ່ມີຄືກັບຄົນອື່ນ ແຕ່ຖ້າພວກລູກຕັ້ງໃຈຮຽນໜັງສື ແລະ ເຊື່ອຟັງພໍ່ແມ່ ອີກບໍ່ດົນພວກເຮົາກໍ່ຈະມີຄືກັນກັບຄົນອື່ນ ຫຼື ມີຫຼາຍກວ່ານັ້ນກໍ່ເປັນໄດ້.

+ ເຮັດໃຫ້ເຂົາເຈົ້າຮູ້ຄຸນຄ່າຂອງເງິນ:
ສອນໃຫ້ລູກຮູ້ຈັກທີ່ໄປທີ່ມາຂອງເງິນ ກວ່າຈະໄດ້ມາຈ່າຍຊື້ສິ່ງຂອງຕ່າງໆ ຫຼື ຫາລ້ຽງຄອບຄົວນັ້ນມັນບໍ່ແມ່ນເລື່ອງງ່າຍເລີຍ! ເພາະນອກຈາກເຮັດວຽກປະຈໍາແລ້ວ, ຍັງຕ້ອງໄດ້ຊອກຫາລາຍໄດ້ເສີມເພື່ອມາເຈື້ອຈູນຄອບຄົວ. ເມື່ອເວົ້າເຖິງຄວາມຈໍາເປັນໃຫ້ລູກໄດ້ຮູ້ເລື່ອງເງິນ ຈຶ່ງເປັນທີ່ມາຂອງການປູທາງໃຫ້ລູກໄດ້ຮູ້ຈັກປະຫຍັດ ແລະ ຮູ້ຈັກອົດອອມໄປໃນຕົວອີກດ້ວຍ.
+ ເຮັດໃຫ້ເຂົາເຈົ້າຮູ້ຈັກເຮັດວຽກ:
ການເລີ່ມໃຫ້ເດັກນ້ອຍໄດ້ຮຽນຮູ້ເຮັດວຽກນໍາພໍ່ແມ່ ຫຼື ກິດຈະກຳວຽກບ້ານຕ່າງໆ ຖືວ່າເປັນການປູກຈິດສໍານຶກໃຫ້ເຂົາໄດ້ສໍາຜັດກັບໜ້າວຽກຕົວຈິງ ຈຶ່ງຈະເປັນການຝຶກທັກສະຕັ້ງແຕ່ຍັງນ້ອຍ ເຮັດໃຫ້ເຂົາໄດ້ມີຄວາມອົດທົນ ແລະ ໃຊ້ເວລາວ່າງໃຫ້ເປັນປະໂຫຍດ. ນອກນັ້ນ, ປະເດັນສໍາຄັນທີ່ຄວນສອນໃຫ້ລູກເຂົ້າໃຈກໍ່ຄື ການເຮັດວຽກມີຫຼາຍຢ່າງທີ່ແຕກຕ່າງກັນ, ແຕ່ສິ່ງທີ່ຄ້າຍຄືກັນທີ່ຈະເຮັດໃຫ້ໄດ້ຜົນຕອບແທນຢ່າງໜ້າພໍໃຈຄືການເຮັດວຽກໜັກ ໂດຍເນັ້ນຄວາມບໍລິສຸດ-ສັດຊື່ໃນໜ້າວຽກເປັນທີ່ຕັ້ງສະເໝີ.

+ ເຮັດໃຫ້ເຂົາເຈົ້າຮູ້ຈັກຜົນຕອບແທນ:
ການໄດ້ເງິນມາຈາກການເຮັດວຽກນັ້ນສຳຄັນຫຼາຍ, ແຕ່ການໃຊ້ຈ່າຍກໍ່ສໍາຄັນເຊັ່ນດຽວກັນ ເພາະຄອບຄົວທີ່ຫາເງິນໄດ້ຫຼາຍ ແຕ່ໃຊ້ຈ່າຍຫຼາຍ ກໍ່ອາດຈະເຮັດໃຫ້ບໍ່ມີເງິນເຫຼືອ ຫຼື ໃຊ້ຈ່າຍໃນວັນຂ້າງໜ້າ. ຖ້າຫາກຈະດີ ກໍ່ຕ້ອງແບ່ງເງິນອອກເປັນຫຼາຍສ່ວນ ຫຼື ອອມໄວ້ກອ່ນເຫຼືອເທົ່າໃດຈຶ່ງໃຊ້ ຈຶ່ງຈະຖຶກຕາມກົດເກນຂອງການອອມເງິນຢ່າງມີປະສິດທິພາບ ແລະ ຫຼາຍຄົນກໍ່ໄດ້ລອງປະຕິບັດມາແລ້ວມແມ່ນໄດ້ຜົນທີ່ສຸດ.

ສກຈຮ ເອກພັດທະນາ ຂໍເປັນສ່ວນໜຶ່ງໃນການສ້າງຮອຍຍິ້ມໃຫ້ກັບນ້ອງໆນັກຮຽນ ເຊິ່ງພວກເຮົາໄດ້ຊ່ວຍເຍົາວະຊົນໃນການຕັ້ງເປົ້າໝາຍ ແລະ ທ້ອນເງິນເທື່ອຊື້ສິ່ງຂອງທີ່ຕົນເອງຕ້ອງການ. ເມື່ອຈຳນວນເງິນທີ່ທ້ອນໄວ້ສາມາດຊື້ສິ່ງຂອງໄດ້ແລ້ວກໍ່ຖອນເງິນໄປຊື້ໄດ້. ເພາະການຝາກເງິນເປັນສິ່ງສໍາຄັນຂອງເດັກນ້ອຍໃນໄວຮຽນ ເຊິ່ງເປັນການຝຶກໃຫ້ນ້ອງນັກຮຽນຄຸ້ນເຄີຍກ່ຽວກັບການເງິນໄປແຕ່ຍັງນ້ອຍ, ຮູ້ຈັກຂັ້ນຕອນການເປີດບັນຊີ, ຮູ້ຈັກການຝາກ-ການຖອນເງິນ ດ້ວຍຕົນເອງ.