ໃນຕອນບ່າຍຂອງວັນທີ 08 ກໍລະກົດ 2020 ຜ່ານມາ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ໄດ້ຕ້ອນຮັບຄະນະຄູ-ອາຈານ ພ້ອມດ້ວຍນັກສຶກສາຈາກສະຖາບັນການທະນາຄານ ທະນາຄານ ແຫ່ງ ສປປ ລາວ ຊຸດທີ ll ທີ່ເດີນທາງມາທັດສະນະສຶກສາຢູ່ ສກຈຮ ເອກພັດທະນາ, ເຊິ່ງປະກອບມີຫຼາຍສາຂາ ເປັນຕົ້ນແມ່ນ: ສາຂາການທະນາຄານ, ສາຂາການບັນຊີ, ສາຂາການເງິນ, ສາຂາການເງິນຈຸລະພາກ, ຂະແໜງຄຸ້ມຄອງຄູ ແລະ ນັກສຶກສາ.

ຈຸດປະສົງ ກໍ່ເພື່ອເປັນການພົບປະແລກປ່ຽນບົດຮຽນກັບຄະນະທັດສະນະສຶກສາຈາກສະຖາບັນການທະນາຄານ ເຊິ່ງການແລກປ່ຽນບົດຮຽນເຕັມໄປດ້ວຍບັນຍາກາດທີ່ຄຶກຄື້ນມ່ວນຊື່ນ ເຫັນໄດ້ຈາກການ ສະແດງອອກຂອງນັກສຶກສາທີ່ຕັ້ງຄຳຖາມໃນຫຼາຍປະເດັນທີ່ໜ້າສົນໃຈ ເພື່ອເຂົ້າເຈົ້າຈະນໍາໄປຖອດຖອນບົດຮຽນ ແລະ ນຳໄປພັດທະນາຄວາມຮູ້ຄວາມສາມາດຂອງຕົນເອງ.

ໂອກາດນີ້, ສກຈຮ ເອກພັດທະນາ ຂໍຂອບໃຈມາຍັງຄູ-ອາຈານສະຖາບັນການທະນາຄານ ທີ່ເຫັນໄດ້ຄວາມສຳຄັນຂອງວຽກງານດັ່ງກ່າວໃນອົງກອນຂອງພວກເຮົາ.

ປະມວນພາບພາຍໃນງານດ່ັງກ່າວມີດັ່ງລຸ່ມນີ້: