ໃນທ້າຍອາທິດຜ່ານມາ ຄະນະຜູ້ບໍລິຫານຂອງສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ຫຼື (ສກຈຮ ເອກພັດທະນາ) ໄດ້ຕ້ອນຮັບທີມງານພະແນກລູກຄ້າອົງກອນ ບໍລິສັດ ອີທີແອລ ຈຳກັດ ເພື່ອເຂົ້າມານຳສະເໜີການບໍລິການທາງດ້ານໂທລະຄົມໃຫ້ກັບ ສກຈຮ ເອກພັດທະນາ ນຳໃຊ້ໃນລະບົບຕ່າງໆເຂົ້າໃນການດຳເນີນງານ ເພື່ອເພີ່ມຄວາມສະດວກໃນການເຮັດວຽກ ລວມໄປເຖິງການບໍລິການລູກຄ້າອີກດ້ວຍ.

ບໍລິສັດ ອີທີແອລ ຈຳກັດ ນຳສະເໜີການບໍລິການທາງດ້ານໂທລະຄົມໃຫ້ກັບ ສກຈຮ ເອກພັດທະນາ

ບັນດາຜູ້ບໍລິຫານຂອງ ສກຈຮ ເອກພັດທະນາ ເຂົ້າຮ່ວມຮັບຟັງ.

ທີມງານພະແນກລູກຄ້າອົງກອນ ບໍລິສັດ ອີທີແອລ ຈຳກັດ