ໃນຕອນບ່າຍຂອງວັນທີ 01 ກໍລະກົດ 2020 ຜ່ານມາ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ໄດ້ຕ້ອນຮັບຄະນະທັດສະນະສຶກສາຈາກ ພາກວິຊາການເງິນຈຸລະພາກ ສະຖາບັນການທະນາຄານ ທີ່ມາແລກປ່ຽນບົດຮຽນ.
ສໍາລັບຄະນະທັດສະນະສຶກສາໃນຄັ້ງນີ້, ໄດ້ນຳທີມໂດຍ ປອ.ນາງ ຈັນທະວອນ ພົມມະເທບ ຮອງຫົວໜ້າພາກວິຊາການເງິນຈຸລະພາກ ແລະ ໄດ້ຮັບກຽດກ່າວຕ້ອນຮັບໂດຍ ທ່ານ ອາຈານ ສົມພອນ ສີແສງລັດ ຜູ້ອຳນວຍການ ສກຈຮ ເອກພັດທະນາ ທີ່ຜ່ານລະບົບ online.
ເຊິ່ງບັນຍາກາດໃນການແລກປ່ຽນບົດຮຽນແມ່ນເຕັມໄປດ້ວຍຄວາມຟົ້ນຟື້ນ ສະແດງໃຫ້ເຫັນເຖິງນ້ອງນັກສຶກສາໄດ້ມີຄວາມກະຕືລືລົ້ນໃນການຕັ້ງຄຳຖາມ ເພື່ອຖອດຖອນບົດຮຽນເພື່ອເປັນຄວາມຮູ້ເພີ່ມເຕີມໃຫ້ກັບຕົນເອງ ແລະ ທາງ ສກຈຮ ເອກພັດທະນາ ກໍ່ໄດ້ໃຫ້ທິດທາງກ່ຽວກັບວຽກງານການເງິນຈຸລະພາກໃນພາກປະຕິບັດຕົວຈິງ.
ພ້ອມດຽວກັນນັ້ນ, ຍັງໄດ້ເປັນຈຸດເລີ່ມຕົ້ນໃນການສ້າງສາຍພົວພັນທີ່ດີ ເພື່ອໃຫ້ມີການແລກປ່ຽນ ແລະ ຖອດຖອນບົດຮຽນຮ່ວມກັນໃນຕໍ່ໜ້າ.

