ທຸກຄັ້ງກ່ອນທີ່ພວກເຮົາຈະສະໜອງເງິນກູ້ໃຫ້ປະຊາຊົນ ພວກເຮົາໄດ້ມີການລົງຢ້ຽມຢາມກິດຈະກຳສ້າງລາຍຮັບ ເພື່ອຮັບປະກັນວ່າ ເງິນກູ້ດັ່ງກ່າວໄດ້ນຳໃຊ້ກົງກັບເປົ້າໝາຍຂອງລູກຄ້າ ດັ່ງທີ່ເຫັນໃນພາບລຸ່ມນີ້:

- ການສ້າງລາຍຮັບດ້ວຍການເຮັດເຟີນິເຈີພາກຄົວເຮືອນ ຖືເປັນກິດຈະກໍາໜ້ອຍໆທີ່ສາມາດສ້າງລາຍຮັບໄດ້ຫຼາຍສົມຄວນ ໂດຍສະເພາະແມ່ນການນໍາເອົາເສດໄມ້ມາຜະລິດ ເພື່ອເປັນອຸປະກອນຮັບໃຊ້ພາຍໃນຄົວເຮືອນ, ທັງເປັນການສ້າງມູນຄ່າເພີ່ມໃຫ້ສິນຄ້າມີຄວາມຫຼາກຫຼາຍຕາມຄວາມຕ້ອງການຂອງຕະຫຼາດ.

2. ການຕໍ່າຫູກ ຖືເປັນອີກອາຊີບໜຶ່ງທີ່ເຄີຍປະຕິບັດກັນມາແຕ່ອະດີດຈົນເຖິງປັດຈຸບັນ ແລະ ຜະລິດຕະພັນຈາກສີໄມ້ລາຍມືອັນປານີດ ຍັງເປັນທີ່ຕ້ອງການຫຼາຍຂອງສັງຄົມ ໂດຍສະເພາະແມ່ນ: ປະເພດສິ້ນໄໝ, ເສື້ອໄໝ, ຜ້າໄໝ ແລະ ແຜ່ນແພອື່ນໆ ທີ່ຄົນລາວເຮົານິຍົມນຸ່ງຖືເປັນປະຈໍາ.

3. ການຄ້າຂາຍຍ່ອຍ ກໍ່ເປັນອາຊີບໜຶ່ງທີ່ເຮັດໃຫ້ຄອບຄົວພໍຢູ່ພໍກິນ ແລະ ສາມາດສົ່ງເສີມລູກຫຼານເຂົ້າຮຽນໃນສາຍວິຊາຊີບຕ່າງໆໄດ້. ເນື່ອງຈາກການຊື້ມາ-ຂາຍໄປ ກໍ່ສາມາດສ້າງກໍາໄລຈາກສິນຄ້າໄດ້ເປັນຢ່າງດີ.

4. ການເຮັດກະສິກໍາ ດ້ວຍການປູກຝັງ-ລ້ຽງສັດ ກໍ່ເປັນອາຊີບເສີມ ຫຼື ເປັນອາຊີບຫຼັກຂອງບຸກຄົນທີ່ມັກໃນດ້ານນີ້ ເພາະວ່າປະເພດສະບຽງອາຫານ ເຊັ່ນ: ໄກ່, ໄຂ່, ເປັດ, ໝູ, ປາ ແລະ ອື່ນໆ ຍັງເປັນທີ່ຕ້ອງການຂອງຕະຫຼາດກໍ່ຄືສັງຄົມທົ່ວໄປ.